ທົ່ວໂລກເສຍຫາຍຈາກໄພພິບັດທຳມະຊາດໃນປີ 2020 ຄາດວ່າຂຶ້ນເຖິງ 187 ຕື້ USD

(VOVWORLD) -ຄວາມເສຍຫາຍເກີດຈາກໄພພິບັດທຳມະຊາດ ແລະ ຈາກມະນຸດນັບແຕ່ຕົ້ນປີມາຮອດປະຈຸບັນ ຄາດວ່າໄດ້ຂຶ້ນເຖິງ 187 ຕື້ USD, ເພີ່ມຂຶ້ນ 25% ເມື່ອທຽບໃສ່ປີ 2019.

ທົ່ວໂລກເສຍຫາຍຈາກໄພພິບັດທຳມະຊາດໃນປີ 2020 ຄາດວ່າຂຶ້ນເຖິງ 187 ຕື້ USD - ảnh 1 ໄພພິບັດທຳມະຊາດໃນປີ 2020 ໄດ້ກໍ່ຄວາມເສຍຫາຍຄິດເປັນມູນຄ່າ 175 ຕື້ USD

(ພາບປະກອບ: TTXVN)

ວັນທີ 15 ທັນວາ, ກຸ່ມບໍລິສັດປະກັນໄພ Swiss Re ຂອງປະເທດສະວິດ ໃຫ້ຮູ້ວ່າ, ຄວາມເສຍຫາຍເກີດຈາກໄພພິບັດທຳມະຊາດ ແລະ ຈາກມະນຸດນັບແຕ່ຕົ້ນປີມາຮອດປະຈຸບັນ ຄາດວ່າໄດ້ຂຶ້ນເຖິງ 187 ຕື້ USD, ເພີ່ມຂຶ້ນ 25% ເມື່ອທຽບໃສ່ປີ 2019. ຕາມຕົວເລກເບື້ອງຕົ້ນຂອງ Swiss Re ແລ້ວ, ໃນຈຳນວນນີ້, ໄພພິບັດທຳມະຊາດໃນປີ 2020 ໄດ້ກໍ່ຄວາມເສຍຫາຍຄິດເປັນມູນຄ່າ 175 ຕື້ USD ດ້ວຍຈຳນວນພາຍຸ, ເຫດໄຟໄໝ້ປາ ເພີ່ມຂຶ້ນຢ່າງຜິດປົກກະຕິ. ຈຳນວນຕົວເລກດັ່ງກ່າວສູງກວ່າເມື່ອທຽບໃສ່ຕົວເລກຄວາມເສຍຫາຍທີ່ເກີດຈາກໄພທຳມະຊາດໃນປີ 2019 ແມ່ນ139 ຕື້ USD, ແຕ່ຍັງຕ່ຳກວ່າລະດັບເສຍຫາຍຄິດສະເລ່ຍຂອງ 10 ປີແມ່ນ 202 ຕື້ USD. ຄວາມເສຍຫາຍດັ່ງກ່າວແມ່ນຍັງບໍ່ທັນໄດ້ນັບເຖິງຄວາມເສຍຫາຍທີ່ເກີດຈາກໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ