ທະນາຄານໂລກຄາດຄະເນເສດຖະກິດຫວຽດນາມ ບັນລຸລະດັບເຕີບໂຕ 5,3% ໃນປີ 2013

ທະນາຄານໂລກຄາດຄະເນເສດຖະກິດຫວຽດນາມ ບັນລຸລະດັບເຕີບໂຕ 5,3% ໃນປີ 2013  - ảnh 1
(ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຄາດ​ວ່າ​ບັນລຸ​ລະດັບ 5,3% ​ໃນ​ປີ 2013)

(vovworld) - ​ ວັນ​ທີ 12/07, ຢູ່​ຮ່າ​ໂນ້ຍ ທະນາຄານ​ໂລກ (WB) ປະຈຳ​ຫວຽດນາມ ​ໄດ້​ປະກາດ​ບົດ​ລາຍ​ງານ​ອັບ​ດັດ ສະພາບ​ພັດທະນາເສດຖະກິດຂອງ​ຫວຽດນາມ. ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ແງ່​ຫວັງ​ການ​ເຕີບ​ໂຕ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ, ຜູ້​ຊ່ຽວຊານ​ດ້ານ​ເສດຖະກິ​ດ ​ຫົວໜ້າ WB ປະຈຳ​ຫວຽດນາມ ທ່ານ Deepak K.Mishra ​ໃຫ້​ຮູ້​ວ່າ: ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຄາດ​ວ່າ​ບັນລຸ​ລະດັບ 5,3% ​ໃນ​ປີ 2013 ​ແລ​ະ ປະມານ 5,4% ​ໃນ​ປ​ີ 2014; ຄາດ​ວ່າ​ໄພ​ເງິນ​ເຟີ້​ຈະ​ເພີ່ມ​ຂຶ້ນ​ປະມານ 8,2% ​ໃນ​ທ້າຍປ​ີ 2013. ທ່ານ Deepak K.Mishra ​ເນັ້ນ​ໜັກ​ວ່າ ​ໃນ​ໄລຍະ​ຜ່ານ​ມາ, ລັດຖະບານ​ໄດ້​ນຳ​ໃຊ້​ນະ​ໂຍບາຍ​​ເງິນຕາ ​ແລະ ການ​ເງິນ ​ເພື່ອ​ຮັບປະກັນ​ເສດ​ຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຍ້ອນ​ເຫດ​ນັ້ນ ​ເສດຖະກິດ​ມະຫາ​ພາກ​ຂອງ​ຫວຽດນາມ ​ມີບ​ຄວາມ​ໝັ້ນຄົ​ງພໍ​ສົມຄວນ. WB ກໍ່​ຕີ​ລາຄາ​ສູງ​ເລື່ອງ​ສ້າງ​ຕັ້ງ​ບໍລິສັດ​ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ບັນດາ​ອົງການ​ສິນ​ເຊື່ອ, ຖື​ວ່າ ນີ້​ແມ່ນ​ບາດກ້າວ​ຢ່າງ​ລະອຽດຂອງ​ລັດຖະບານ​ໃນ​ການ​ແກ້​ໄຂ​ໜີ​ເສຍ​. ​ແຕ່​ວ່າ, ທ່ານ Deepak K.Mishra ກໍ່​ຊີ້​ອອກ​ບັນດາ​ການ​ທ້ທາຍສຳລັບ​ເສດຖະກິດ​ມະຫາ​ພາກ​ຂອງ​ຫວຽດນາມ, ​ໃນ​ນັ້ນ​ວິວັດ​ການ​ປະຕິ​ຮູບ​ຍັງ​ຊັກ​ຊ້າ, ​ໂດຍ​ສະ​ເພາະ​ແມ່ນ​ການ​ປະຕິ​ຮູບ​ລັດ​ວິ​ສາ​ຫະກິດ. ຫວຽດນາມ ຕ້ອງ​ມີ​ກົນ​ໄກ​ປະສານ​ງານ​ລະຫວ່າງ​ຂະ​ແໜງຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ເພີ່ມ​ທະວີ​ລັກສະນະ​​ໂປ່ງ​ໄສ.
ຂ່າວ/ບົດ​ອື່ນ