ທະນາຄານໂລກ ຍູ້ແຮງການພົວພັນ ຄູ່ຮ່ວມມືກັບຫວຽດນາມ

ທະນາຄານໂລກ ຍູ້ແຮງການພົວພັນ ຄູ່ຮ່ວມມືກັບຫວຽດນາມ - ảnh 1
ທ່ານ Axel Van Trotsenburg, ຮອງ​ປະທານ​ທະນາຄານ​ໂລກ
​ພົບ​ປະ​ກັບ​ບັນດາ​ອົງການ​ສື່​ມວນ​ຊົນ
(ພາບ: vietnamplus.vn)


(vovworld) - ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ຕອນ​ບ່າຍ​ວັນ​ທີ 08/05, ຢູ່​ຮ່າ​ໂນ້ຍ, ທ່ານ Axel Van Trotsenburg, ຮອງ​ປະທານ​ທະນາຄານ​ໂລກ ຜູ້​ຮັບຜິດ​ຊອບ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ ​ແລະ ປາຊີ​ຟີກ, ມີ​ການ​ພົບ​ປະ​ກັບ​ບັນດາ​ອົງການ​ສື່​ມວນ​ຊົນ, ​ທ່ານ​ຢືນຢັນ​ວ່າ ທະນາຄານ​ໂລກ​ຈະ​ຍູ້​ແຮງ​ການ​ພົວພັນ​ຄູ່​ຮ່ວມ​ມື​ກັບ​ຫວຽດນາມ. ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ Axel Van Trotsenburg ​ໄດ້​ຕີລາຄາ​ສູງ​ບັນດາ​ຜົນງານ​ທີ່​ໜ້າ​ປະ​ທັບ​ໃຈ​​ເຊິ່ງ​ຫວຽດນາມ ບັນລຸ​ໄດ້​ໃນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໃນ 2 ທົດ​ສະ​ວັດ​ຜ່ານ​ມາ ພ້ອມ​ທັງ​ສະ​ແດງ​ຄວາມ​​ເພຶງ​ພໍ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ທະນາຄານ​ໂລກ. ທ່ານ Axel Van Trotsenburg ກໍ​ຢືນຢັນ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ໄດ້​ຮັບ​ແຫຼ່ງທຶນ​ຊ່ວຍ​ເຫຼືອ​ລ້າ (IDA) ຂອງ​ທະນາຄານ​ໂລກ. ​ແຕ່​ວ່າ, ຫວຽດນາມ​ຕ້ອງ​ມີ​ການ​ພົວພັນ​ຢ່າງ​ແໜ່​ນ​ແຟ້ນກັບບັນດາ​​ປະ​ເທດ​ໃນ​ພາກ​ພື້ນ ​ເພື່ອ​ສືບ​ຕໍ່​ດຶງ​ດູດ​ແຫຼ່ງທຶນ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ