ທາງທິດຕາເວັນຕົກເມັກຊິກໂກຢາກສ້າງ ການພົວພັນດ້ານການຄ້າກັບ ບັນດາຄູ່ຮ່ວມມືຫວຽດນາມ

ທາງທິດຕາເວັນຕົກເມັກຊິກໂກຢາກສ້າງ ການພົວພັນດ້ານການຄ້າກັບ ບັນດາຄູ່ຮ່ວມມືຫວຽດນາມ - ảnh 1

(ພາບປະກອບ: baocongthuong.com.vn)

(vovworld)- ​ໃນ​ຄວາມ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ໂຄສະນາ​ພາບ​ພົດ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ, ທ່ານ​ເລ​ແທງ​ຕຸ່ງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ເມັກ​ຊິກ​ໂກ ພ້ອມ​ກັບ​ຜູ້ຕາງໜ້າ​ບັນ​ດາ​ປະ​ເທດ​ໄທ, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ ​ແລະ ສິງກະ​ໂປ ຫາ​ກໍ່​ເຂົ້າຮ່ວມ​ເວທີ​ປາ​ໄສ​ການ​ຄ້າ-​ການ​ລົງທຶນ ຈັດ​ຂຶ້ນ​ຢູ່​ນະຄອນ Guadalaijara ​ເມືອງ​ເອກ​ຂອງ​ລັດ Jalisco ປະ​ເທດ​ເມັກ​ຊິກ​ໂກ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ຜູ້ຕາງໜ້າ​ປະ​ເທດ​ເຈົ້າພາບ​ລ້ວນ​ແຕ່​ໄດ້​ເນັ້ນໜັກ​ວ່າ: ​ເຂດ​ທາງ​ທິດຕາ​ເວັນ​ຕົກ​ເມັກ​ຊິກ​ໂກ ​ເວົ້າສະ​ເພາະ ​ແລະ ປະ​ເທດ​ເມັກ​ຊິກ​ໂກ​ເວົ້າລວມມີ​ຄວາມ​ປາດ​ຖະໜາ​ຢາກ​ສ້າງ​ການ​ພົວພັນ​ດ້ານ​ການ​ຄ້າ​ກັບ​ບັນດາ​ຄູ່​ຮ່ວມ​ມື​ອາ​ຊຽນ ພ້ອມ​ທັງ​ຫວັງ​ວ່າ​​ວິ​ສາ​ຫະກິດ​ຂອງບັນດາປະ​ເທດ​ອາ​ຊຽນ ຈະ​ລົງທຶນ​ເຂົ້າທາງ​ທິດຕາ​ເວັນ​ຕົກ​ເມັກ​ຊິກ​ໂກ ​ເພື່ອ​ກ້າວ​ໄປ​ເຖິງ​ການ​ສົ່ງ​ອອກ​ໄປ​ຍັງ​ປະ​ເທດ​ອື່ນ​ໃນ​ພາກ​ພື້ນ. ຜູ້ຕາງໜ້າ ສະຖານທູດ​ຫວຽດນາມ ປະຈຳ​ເມັກ​ຊິກ​ໂກ ​ໄດ້​ສົ່ງ​ເອກະສານ 200 ຊຸດ ​ແລະ ​ແນະນຳ​ບັນຊີ​ລາຍ​ຊື່ 30 ປະ​ເພດ​ສິນຄ້າ​ສົ່ງ​ອອກ​ຕົ້ນຕໍ​ຂອງ​ຫວຽດນາມ ​ໃຫ້​ບັນດາ​ຜູ້​ແທນ​ ​ແລະ ວິ​ສາ​ຫະກິດ​ເຂົ້າຮ່ວມ​ເວທີ​ປາ​ໄສ​. ທີ່​ເວທີ​ປາ​ໄສ, ລູກ​ຄ້າ​ຂອງ​ປະ​ເທດ​ເຈົ້າພາບ​ຫຼາ​ຍຄົນມີ​​ຄ​ວາ​ມສົນ​ໃຈຕໍ່​ບັນດາ​ປະ​ເພດສິນຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມຄື: ລົດຖີບ ​ແລະ ​ເຄື່ອງ​ອາ​ໄຫ່ລ, ​ເຄື່ອງ​ເອ​ເລກ​ໂຕ​ນິກ, ​ເຕັກ​ໂນ​ໂລ​ຊີ, ​ເຄື່ອງປັ້ນ, ​ເຄືອບ​ດິນ​ເຜົາ, ​ເຂົ້າສານ, ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍີບ….

ຂ່າວ/ບົດ​ອື່ນ