ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຢ້ຽມຢາມແລະເຮັດວຽກຢູ່ແຂວງລ້າງເຊີນ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຢ້ຽມຢາມແລະເຮັດວຽກຢູ່ແຂວງລ້າງເຊີນ - ảnh 1
ທ່ານ​ນາງ​ຫງວຽນ​ທິ​ກີມ​ເງິນ​ພົບ​ປະ​ກັບ​ພະ​ນັກ​ງານ, ການ​ນຳ​ເມືອງ ການ​ລົກ
ແຂວງ ລ້າງ​ເຊີນ
ພາບ:baolangson

(vovworld)- ວັນ​ທີ 20/6, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ໄດ້​ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ແຂວງ ລ້າງ​ເຊີນ ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ລັດ​ຖະ​ບານ ກ່ຽວ​ກັບ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ປີ 2016. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກກັບ​ການ​ນຳ​ແຂວງ ລ້າງ​ເຊີນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ໄດ້​ສະ​ເຫນີ ແຂວງ ລ້າງ​ເຊີນ ຄວນ​ສຳ​ຫລວດກວດ​ຄ​ືນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ເພື່ອ​ປະ​ຕິ​ບັດ​ຄາດ​ໝາຍ​ຊື່ງ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ແຂວງ​ໄດ້​ວາງ​ອອກ. ທ່ານ​ນາງ ຫງວຽນ​ທິ​ກີ​ມ​ເງິນ​ໃສ່​ໃຈ​ວ່າ :ແຂວງ ລ້າງ​ເຊີນ ຄວນ​ເອົາ​ໃຈ​ໃສ່​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ ແລະ ຍົກ​ລະ​ດັບ​ລະ​ບົບ​ຄົມ​ມະ​ນາ​ຄົມ, ທາງ​ຫລວງ​ເພື່ອ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເຫນີ ແຂວງ ຄວນ​ປະ​ຕິ​ບັດ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່​ຕ້ອງ​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແຫນງ​ກະ​ສິ​ກຳ​ຄືນ​ໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ