ທ່ານນາງຮອງປະທານປະເທດ Nguyen Thi Doan ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ

ທ່ານນາງຮອງປະທານປະເທດ Nguyen Thi Doan ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ຫວຽດນາມ Nguyen Thi Doan
(ພາບ:internet)


Vovworld- ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງທົ່ວ​ໂລກຄັ້ງທີ່ 22 ດ້ວຍຫົວຂໍ້ວ່າ “ ແມ່ຍິງ - ກຳລັງຊຸກຍູ້ການເຕີບໂຕ ເສດຖະກິດ ” ໄດ້ຖືກໄຂຂຶ້ນໃນຕອນຄ່ຳວັນທີ  31/5 ຢູ່​ນະ​ຄອງຫຼວງ ອາ​ແທນ​ ປະ​ເທດ​ເກຼັກ. ມີ​ແມ່ຍິງ​ເກືອບ 800 ຄົນ​ຊຶ່ງ​ເປັນ​ການ​ນຳ​ລັດ, ລັດຖະບານ ​ແລະ ວິ​ສາ​ຫະກິດ​ທີ່​ມາ​ຈາກ 70 ປະ​ເທດໃນໂລກໄດ້ ເຂົ້າຮ່ວມ​ກອງ​ປະຊຸມ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ຫວຽດນາມ Nguyen Thi Doan  ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ຊຶ່ງ​ລວມມີ 50 ຄົນ ​ເປັນ​ຜູ້ຕາງໜ້າ​ໃຫ້​ແກ່​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ​ແລະ ບັນດາ​ນັກທຸລະກິດ​ຍິງ​ທີ່​ດີ​ເດັ່ນ​ກໍໄດ້​ເຂົ້າ​ຮ່ວມກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ຫວຽດນາມ Nguyen Thi Doan ​ໄດ້​ຢືນຢັນ​ວ່າ ​ແມ່ຍິງ​ນັບ​ມື້​ນັບ​ມີ​ບົດບາດ​ສຳຄັນ​ໃນ​ທຸກໆ​ຂົງ​ເຂດ​ຂອງ​ຊີວິດ​ການ​ເມືອງ, ​ເສດຖະກິດ, ສັງຄົມ ​ແລະ ຄອບຄົວ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດຖະກິດ​ໂລກ ​ແລະ ​ໃນ​ການ​​ແກ້​ໄຂບັນດາ​ບັນ​ຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ ​ແລະ ສາກົນ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ຫວຽດນາມ Nguyen Thi Doan ສະ​ເໜີ​ກອງ​ປະຊຸມ​ຈົ່ງ​ເລັ່ງ​ໃສ່​ປຶກສາ​ຫາລື ​ແລະ ຍົກ​ອອກ​ບັນດາ​ມາດ​ຕະການ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ແມ່ຍິງ​ໃນ​ການ​ພັດທະນາ​ເສດຖະກິດ, ​ໃນ​ການ​ຕັດສິນ​ວຽກງານ​ສັງ​ຄົມ, ການ​ຮ່ວມ​ມື​ສາກົນ, ​ແນ​ໃສ່​ມຸ່ງ​​ໄປ​ສູ່​ຈຸດໝາຍ​ຮ່ວມ ນັ້ນ​ແມ່ນ “ ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ, ​ເພີ່ມ​ທະວິ​ໂອກາດ​ໃຫ້​ແກ່​ແມ່ຍິງ, ສ້າງ​ການ​ນຳ​ລຸ່ນ​ໃໝ່, ນຳ​ເຕັກ​ໂນ​ໂລ​ຢີ​ໄປ​ສູ່​ທຸກໆ​ຄົນ ​ແລະ ປະກອບສ່ວນ​ໃຫ້​ແກ່​ສັນຕິພາບ​ໃນ​ໂລກ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ຫວຽດນາມ Nguyen Thi Doan ຍັງ​ເນັ້ນໜັກ​ວ່າ ດ້ວຍ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ຫວຽດນາມ ​ແລະ ດ້ວຍ​ຄວາມ​ພະຍາຍາມ​ຂອງ​ຕົນ, ​ແມ່ຍິງ​ຫວຽດນາມ​ໄດ້​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ​ບືນ​ຕົວ​ຂຶ້ນ ​ເພື່ອ​ປະ​ກອບ​ສວ່ນສຳຄັນ​ເຂົ້າ​ໃນ​ທຸກ​ຂົງ​ເຂດ​ຄຸ້ມ​ຄອງ​ລັດ​, ກາຍ​​ເປັນ​ກຳລັງ​ຊຸກຍູ້​​ແກ່​ການ​ພັດທະນາ​ຂອງປະເທດຊາດ.

ຂ່າວ/ບົດ​ອື່ນ