ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເຮັດວຽກກັບການນຳແຂວງບັ໊ກນິງ

(VOVWORLD) -ຕອນຄ່ຳວັນທີ 31 ພຶດສະພາ, ຢູ່ແຂວງ ບັ໊ກນິງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງບັ໊ກນິງ.

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເຮັດວຽກກັບການນຳແຂວງບັ໊ກນິງ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເຮັດວຽກຢູ່ແຂວງບັ໊ກນິງ

(ພາບ: VGP)

ທີ່ການເຮັດວຽກ, ກ່ຽວກັບການກຳນົດທິດໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີວ່າ, ແຂວງ ບັ໊ກນິງ ຄວນເອົາໃຈໃສ່ຫັນພື້ນຖານເສດຖະກິດ, ຂະແໜງອາຊີບທີ່ສຳຄັນເປັນຫຼາຍຮູບຫຼາຍແບບ, ຫຼີກລ້ຽງການເຕົ້າໂຮມອຸດສາຫະກຳຫຼາຍເກີນໄປເຂົ້າຂະແໜງການໜຶ່ງ, ຂົງເຂດໜຶ່ງ ຫຼື ວິສາຫະກິດໜຶ່ງດຽວ. ສຳລັບການພັດທະນາຂະແໜງອຸດສາຫະກຳເອເລັກໂຕນິກຢູ່ແຂວງ ບັ໊ກນິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ຕັກເຕືອນວ່າ.

“ແຂວງ ບັ໊ກນິງ ຄວນຖືບໍລິສັດ Samsung ເປັນໃຈກາງໃນການພັດທະນາກຸ່ມຂະແໜງອຸດສາຫະກຳເອເລັກໂຕນິກ ຕິດພັນກັບບັນດາແຂວງຢູ່ໃກ້ຄຽງ ກໍຄືເຂດນະຄອນຫຼວງ. ມີພຽງແຕ່ພັດທະນາກຸ່ມຂະແໜງ ຈຶ່ງເຮັດໃຫ້ການປະກອບສ່ວນຂອງ Samsung ຫຼາຍກວ່າອີກ ແລະ ພິເສດແມ່ນຫຼຸດຜ່ອນຄວາມສ່ຽງ. ຂ້າພະເຈົ້າເຄີຍເວົ້າວ່າ, ບັ໊ກນິງ ແມ່ນເມືອງຫຼວງຂອງການຜະລິດເອເລັກໂຕນິກ ແຜ່ຂະຫຍາຍອອກສູ່ທົ່ວປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ