ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ແຂວງຮ່ານາມຄວນຍູ້ແຮງການຫັນຕົວເມືອເປັນທັນສະໄຫມ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ແຂວງຮ່ານາມຄວນຍູ້ແຮງການຫັນຕົວເມືອເປັນທັນສະໄຫມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກເຮັດ​ວຽກ​
ກັບ​ການ​ນຳ​ຫລັກ​ແຫລ່ງ​ຂອງ​ແຂວງ ຮ່າ​ນາມ
ພາບ:quochoi.org.vn

(vovworld)-​ຕອນ​ເຊົ້າ​ວັນ​ທີ 6/8, ຢູ່ ນະ​ຄອນ ຝູ​ລີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫລັກ​ແຫລ່ງ​ຂອງ​ແຂວງ ຮ່າ​ນາມ ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ຫນ້າ​ທີ່​ເສດ​ຖະ​ກິດ, ສັງ​ຄົມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ນຳ​ວ່າ: ແຂວງ​ຮ່າ​ນາມ ຄວນ​ເອົາ​ໃຈ​ໃສ່​ເຖິງ​ຄຸນ​ນະ​ພາບ​ການ​ວາງ​ແຜນ​ກຳ​ນົດ​ໃນ​ວິ​ວັດ​ການ​ພັດ​ທະ​ນາ, ຍູ້​ແຮງ​ການ​ຫັນ​ຕົວ​ເມືອງ​ເປັນ​ທັນ​ສະ​ໄຫມ, ດຶງ​ດູດ​ບັນ​ດາ​ໂຄງ​ການ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊີ້​ແຈ້ງວ່າ: ແຂວງ ຮ່າ​ນາມ ມີ​ທ່າ​ໄດ້​ປຽບ​ຫລາຍ​ຢ່າງ ສະ​ນັ້ນ​ທາງ​ແຂວງ​ຄວນ​ມີ​ການ​ກຳ​ນົດ​ທິດ​ດີ​ໃນ​ການ​ພັດ​ທະ​ນ​າ​ເສດ​ຖະ​ກິດ​ສັງ​ຄົມ​, ໃນ​ນັ້ນ ມີ​ການ​ປະ​ຕິ​ຮູບ​ບໍ​ລິ​ຫານ, ຄວາມ​ສາ​ມັກ​ຄີ​ຈາກ​ອຳ​ນາດ​ການ​ປົກ​ຄອງ​ຕະ​ຫລອດ​ຮອດ​ປະ​ຊາ​ຊົນ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ການ​ກຳ​ນົດ​ທິດ​ນະ​ໂຍ​ບາຍ, ຄາດ​ໝາຍ​ທີ່​ວາງ​ອອກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃສ່​ໃຈ​ວ່າ: ແຂວງ ຮ່າ​ນາມ​ຄວນ​ເອົາ​ໃຈ​ໃສ່​ຄຸນ​ນະ​ພາບ​ວຽກ​ງານ​ວາງ​ແຜນ​ກຳ​ນົດ​ໃນ​ວິ​ວັດ​ການ​ພັດ​ທະ​ນາ:     “ແຂວງ​ຮ່າ​ນາມ ມີ​ເນື້ອ​ທີ່​ດິນ​ແຄບ, ປະ​ຊາ​ຊົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ, ສະ​ນັ້ນ ບັນ​ຫາ​ວາງ​ແຜນ​ກຳ​ນົດ, ຄຸນ​ນະ​ພາບ​ການ​ວາງ​ແຜນ​ກຳ​ນົດ​ແມ່ນ​ສຳ​ຄັນ​ທີ່​ສຸດ, ຕິດ​ພັນ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢູ່​ຫວຽດ​ນາມ ແລະ ຢູ່​ເຂດ​ທົ່ງ​ພຽງ​ພາກ​ເຫນືອ. ຄຽງ​ຄູ່​ກັນ​ນັ້ນ ການ​ພັດ​ທະ​ນາ​ວ່ອງ​ໄວ​ແຕ່​ຕ້ອງ​ມີ​ລັກ​ສະ​ນະ​ຍືນ​ຍົງ, ເປັນ​ຕົ້ນ​ຕ້ອງ​ຖື​ບັນ​ຫາ​ສິ່ງ​ແວດ​ລ້ອມ​ເປັນ​ສຳ​ຄັນ”

ຕອບກັບ

ຂ່າວ/ບົດ​ອື່ນ