ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງມອບຂອງຂວັນ
ໃຫ້ຜູ້ແທນ, ຊື່ງແມ່ນຊາວຊົນເຜົ່າຢູ່ເຂດໄຕບັກ
ພາບ: VGP/Nhật Bắc
|
vovworld)- ຕອນບ່າຍວັນທີ 5/11 ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ພົບປະສັງສັນກັບບັນດາຜູ້ແທນຊື່ງແມ່ນແບບຢ່າງດີເດັ່ນ, ທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫລະຊີວິດເພື່ອຊາດຢູ່ເຂດໄຕບັກ(ໝາຍເຖິງທາງທິດຕາເວັນຕົກສ່ຽງເຫນືອຫວຽດນາມ) ໄປຢ້ຽມຢາມນະຄອນຫລວງ ຮ່າໂນ້ຍ ແລະ ເຂົ້າຮ່ວມລາຍການພົບປະແລກປ່ຽນສະແດງສິລະປະ “ສາຍໃຈໄຕບັກ” ເນື່ອງໃນໂອກາດສະເຫລີມສະຫລອງ 10 ປີແຫ່ງວັນສ້າງຕັ້ງຄະນະຊີ້ນຳເຂດໄຕບັກ. ນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ປາດຖະຫນາຢາກອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນບັນດາເຜົ່າຢູ່ເຂດໄຕບັກ ມານະພະຍາຍາມສູ້ຊົນບັນລຸໝາກຜົນໃຫ້ດີກວ່າ, ຮອບດ້ານກວ່າໃນທຸກຂົງເຂດ, ນຳເຂດໄຕບັກພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງກວ່າ ຈາກເສດຖະກິດຕະຫລອດຮອດວັດທະນະທຳ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ສ້າງກຸ່ມກ້ອນມະຫາສາມັກຄີ.
ແທ່ງຈູງ, ນັກຂ່າວ VOV