ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ເຈ​ລະ​ຈາ​ກັບ ພະ​ມະ​ຫາກະ​ສັດ ບ​ຣູ​ໄນ Hassannal Bolkiah

(VOVWORLD) -ໃນຂອບເຂດການຢ້ຽມຢາມ ບຣູໄນ Darussalam ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຕອນເຊົ້າວັນທີ 11 ກຸມພາ, ຢູ່ພະລາດຊະວັງ Istana Nurul Iam, ໄດ້ດຳເນີນພິທີການພິເສດ ເມື່ອສະມາຊິກ ບຣູໄນ Darussalam ໝົດທຸກພະອົງໄດ້ອອກມາຕ້ອນຮັບ ແລະ ເຂົ້າຮ່ວມການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ພັນລະຍາ ແລະ ຄະນະຜູ້ແທນ ຫວຽດນາມ. ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະເຈລະຈາກັບພະມະຫາກະສັດ Hassanal Bolkiah.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ເຈ​ລະ​ຈາ​ກັບ ພະ​ມະ​ຫາກະ​ສັດ ບ​ຣູ​ໄນ Hassannal Bolkiah - ảnh 1ການພົບປະເຈລະຈາ (ພາບ: VOV)

ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ຕີລາຄາສູງຕໍ່ການພັດທະນາຢ່າງມີປະສິດທິຜົນຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ບຣູໄນ ໃນທຸກຂົງເຂດ. ພິເສດ, ການຮ່ວມມືດ້ານການຄ້າ ບັນລຸບາດກ້າວບຸກທະລຸ: ວົງເງິນການຄ້າສອງສົ້ນໃນປີ 2022 ບັນລຸກວ່າ 720 ລ້ານ USD, ເພີ່ມຂຶ້ນ 134% ເມື່ອທຽບໃສ່ປີ 2021. ການນຳສອງທ່ານກໍເຫັນດີນຳກັນວ່າ ໃນໄລຍະຈະມາເຖິງ ຈະຜັນຂະຫຍາຍກົນໄກຮ່ວມມືຄະນະກຳມະການຮ່ວມມືສອງຝ່າຍຂັ້ນລັດຖະມົນຕີການຕ່າງປະເທດ ແລະ ໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣູໄນ ໄລຍະ 2023 – 2027 ທີ່ຫາກໍລົງນາມໃນໂອກາດນີ້ຢ່າງມີປະສິດທິຜົນ. ການນຳສອງທ່ານກໍເຫັນດີເພີ່ມທະວີການຮ່ວມມືໃນບັນດາຂົງເຂດສຳຄັນອື່ນ, ເປັນຕົ້ນແມ່ນ: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຮ່ວມມືຢູ່ທະເລ…

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ເຈ​ລະ​ຈາ​ກັບ ພະ​ມະ​ຫາກະ​ສັດ ບ​ຣູ​ໄນ Hassannal Bolkiah - ảnh 2ຄະນະຜູ້ແທນ ຫວຽດນາມ ໃນການພົບປະເຈລະຈາ (ພາບ: VOV)

        ເມື່ອແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ການນຳສອງທ່ານ ກໍໄດ້ຢັ້ງຢືນຄືນຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອຢູ່ທະເລຕາເວັນອອກ; ພ້ອມທັງສົມທົບກັນຮັກສາຄວາມສາມັກຄີ ແລະ ຫຼັກໝັ້ນລວມຂອງ ອາຊຽນ ໃນບັນຫາທະເລຕາເວັນອອກ, ສູ້ຊົນໃຫ້ມີຄວາມຄືບໜ້າໃນການເຈລະຈາ ກົດແຫ່ງການປະພຶດ (COC).

        ສິ້ນສຸດການພົບປະເຈລະຈາ, ການນຳສອງທ່ານກໍເປັນສັກຂີພິຍານພິທີລົງນາມ ແລະ ແລກປ່ຽນໂຄງການເຄື່ອນໄຫວ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ 2023 – 2027 ແລະ ໜັງສືທາງການວ່າດ້ວຍການ ແລກປ່ຽນຂໍ້ຕົກລົງຍົກເວັ້ນວີຊາສຳລັບຜູ້ທີ່ຖືໜັງສືຜ່ານແດນທາງການທູດ ແລະ ໜັງສືຜ່ານແດນທາງລັດຖະການລະຫວ່າງ ຫວຽດນາມ ແລະ ບຣູໄນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ເຈ​ລະ​ຈາ​ກັບ ພະ​ມະ​ຫາກະ​ສັດ ບ​ຣູ​ໄນ Hassannal Bolkiah - ảnh 3ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄປຢ້ຽມຢາມ ໂຮງຮຽນ UBD (ພາບ: VOV)

        ກໍໃນຕອນເຊົ້າວັນທີ 11 ກຸມພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ໄດ້ໄປຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ ບຣູໄນ (UBD). ນີ້ແມ່ນຮາກຖານການສຶກສາຂັ້ນມະຫາວິທະຍາໄລ ທີ່ມີຂອບຂະໜາດໃຫຍ່ ແລະ ມີອິດທິພົນຊື່ສຽງທີ່ສຸດຂອງ ບຣູໄນ ແລະ ໄດ້ຈັດຢູ່ອັນດັບທີ 3 ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ມະຫາວິທະຍາໄລ UBD ກໍແມ່ນໜຶ່ງໃນບັນດາສັນຍາລັກແຫ່ງການຮ່ວມມືລະຫວ່າງ ຫວຽດນາມ - ບຣູໄນ ໃນຂົງເຂດການສຶກສາ, ບຳລຸງສ້າງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ເຈ​ລະ​ຈາ​ກັບ ພະ​ມະ​ຫາກະ​ສັດ ບ​ຣູ​ໄນ Hassannal Bolkiah - ảnh 4ພະມະຫາກະສັດ ບຣູໄນ ສົ່ງອຳລາທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນ (ພາບ: VOV)

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກ ບຣູໄນ Darusssalam ກັບຄືນ ຫວຽດນາມ, ສິ້ນສຸດການຢ້ຽມຢາມທາງການ ສິງກະໂປ ແລະ ບຣູໄນ ຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ