ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສ້າງ​ກົດ​ໝາຍ​ຕ້ອງ​ຕິດ​ແທດ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕົວ​ຈິງ

(VOVWORLD) -ວັນທີ 18 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານ ເດືອນພະຈິກ 2021, ປຶກສາຫາລືຫົວເລື່ອງສະເພາະ ກ່ຽວກັບກົດໝາຍ ກ່ຽວກັບ 6 ຂໍ້ສະເໜີສ້າງຮ່າງກົດໝາຍສະບັບຕ່າງໆ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສ້າງ​ກົດ​ໝາຍ​ຕ້ອງ​ຕິດ​ແທດ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕົວ​ຈິງ - ảnh 1ກອງປະຊຸມລັດຖະບານ ເດືອນພະຈິກ 2021 (ພາບ: TTXVN)

ທີ່ກອງປະຊຸມ, ລັດຖະບານ ໄດ້ປຶກສາຫາລື ກ່ຽວກັບຂໍ້ສະເໜີໃນການສ້າງ ກົດໝາຍວ່າດ້ວຍລາຄາ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປະກັນສຸຂະພາບ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ), ກົດໝາຍວ່າດ້ວຍການແລກປ່ຽນການຄ້າດ້ານເອເລັກໂຕນິກ (ສະບັບປັບປຸງ), ກົດໝາຍວ່າດ້ວຍການເກັບຮັກສາ (ສະບັບປັບປຸງ), ກົດໝາຍວ່າດ້ວຍການຕ້ານການຟອກເງິນ (ສະບັບປັບປຸງ). ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບັນດາຜູ້ແທນ ປະກອບຄຳເຫັນໃຫ້ຖືກຕ້ອງ, ເຊັດເຈນ, ຕິດແທດກັບສະພາບການເພື່ອສ້າງກົດໝາຍສະບັບຕ່າງໆ, ຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການທີ່ອຸດົມສົມບູນ ເຊິ່ງພຶດຕິກຳຕົວຈິງໄດ້ວາງອອກ, ສືບຕໍ່ຍົກສູງຄຸນນະພາບໃນການສ້າງ ກົດໝາຍໃຫ້ສຳເລັດຜົນ. ທ່ານຮຽກຮ້ອງວ່າ:

ຕ້ອງຮັບປະກັນຄວາມຍຸຕິທຳ, ຄວາມກ້າວໜ້າໃນສັງຄົມ, ຮັບປະກັນເປົ້າໝາຍປະກັນສຸຂະພາບໃຫ້ແກ່ປະຊາຊົນ, ແຕ່ຕ້ອງຄົ້ນຄ້ວາແບ່ງຂັ້ນ ໃຫ້ເໝາສົມກັບເງື່ອນໄຂພິເສດສະເພາະຕໍ່ການພັດທະນາຂອງປະເທດຊາດໃນປັດຈຸບັນ. ການປະກັນສຸຂະພາບຕ້ອງຕິດພັນກັບ ການປະກັນຊີວິດສັງຄົມ, ຕິດພັນກັບການຊຸກຍູ້ຕະຫຼາດປະກັນໄພໃຫ້ດີກ່ວາອີກ ແລະ ປອດໄສ, ເປີດເຜີຍ, ເພື່ອແກ້ໄຂຂໍ້ຕິດຂັດໃນການປະຕິບັດກົດໝາຍກ່ອນໜ້ານີ້, ເພື່ອຫັນທັດສະນະໃໝ່ຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ກ່ຽວກັບການປະກັນຊີວິດສັງຄົມ ແລະ ມະຕິເລກທີ 20 ຊຸດທີ XII ເປັນລະບອບລະບຽບການ.

ຕອບກັບ

ຂ່າວ/ບົດ​ອື່ນ