ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ການ​ວາງແຜນ​​ຜັງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ແຂວງ ກ່າ​ເມົາ

(VOVWORLD) - ຮອດປີ 2030, ກາເມົາ ຈະກາຍເປັນແຂວງພັດທະນາດີພໍສົມຄວນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ມີລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝເທື່ອລະກ້າວ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ການ​ວາງແຜນ​​ຜັງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ແຂວງ ກ່າ​ເມົາ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ວັນທີ 9 ທັນວາ, ຢູ່ກ່າເມົາ ໄດ້ດຳເນີນກອງປະຊຸມປະກາດການວາງແຜນຜັງ ແລະ ສົ່ງເສີມການລົງທຶນຢູ່ແຂວງ ກ່າເມົາ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ການປະກາດວາງແຜນຜັງແຂວງ ກ່າເມົາ ມີຄວາມສຳຄັນເປັນພິເສດ, ສ້າງສະຖານທີ່ພັດທະນາໃໝ່, ຊຸກຍູ້ບັນດາຂະແໜງການ, ຂົງເຂດພັດທະນາແບບຍືນຍົງ, ມີປະສິດທິຜົນ; ຊ່ວຍຂຸດຄົ້ນ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນຢ່າງສຸດຂີດ.

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຮອດປີ 2030, ກາເມົາ ຈະກາຍເປັນແຂວງພັດທະນາດີພໍສົມຄວນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ມີລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝເທື່ອລະກ້າວ; ມີແຫຼ່ງຊັບພະຍາກອນມະນຸດທີ່ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໃນການພັດທະນາ; ຍູ້ແຮງການຫັນເປັນດີຈີຕອນ, ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ, ພັດທະນາເສດຖະກິດສີຂຽວ; ເສດຖະກິດຄົບວົງຈອນ, ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານເນັ້ນໜັກວ່າ:

ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍຫຼັງກອງປະຊຸມປະກາດການວາງແຜນຜັງ ແລະ ສົ່ງເສີມການລົງທຶນນີ້. ກ່າເມົາຈະມີບາດກ້າວພັດທະນາບຸກທະລຸ. ບຸກທະລຸຢູ່ບ່ອນໃດ? ນັ້ນແມ່ນມີແນວຄິດລຸ້ລ່ວງ, ຕ້ອງຕັດສິນໃຈເສີມຂະຫຍາຍຄວາມສາມາດບົ່ມຊ້ອນໃໝ່ຢ່າງສຸດຂີດ, ມີໂອກາດທີ່ພົ້ນເດັ່ນ, ມີທ່າໄດ້ປຽບໃນການແກ້ງແຍ້ງ ເພື່ອພັດທະນາ; ແກ້ໄຂຂໍ້ຕິດຂັດ, ຄວາມຫຍຸ້ງຍາກໃຫ້ໄດ້ ແລະ ຕ້ອງຜ່ານຜ່າສິ່ງທ້າທາຍ. ຕ້ອງບືນຕົວຂຶ້ນດ້ວຍກຳລັງພາຍໃນຂອງຕົນ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ ພວກເຮົາມີຄວາມສາມາດຢ່າງພຽງພໍເພື່ອປະຕິບັດໄດ້ສິ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ