ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕີລາຄາ: ການປະຕິຮູບລະບຽບການບໍລິຫານປະກອບສ່ວນເຂົ້າຜົນສຳເລັດຂອງປະເທດຊາດ

(VOVWORLD) -ການປະຕິຮູບລະບຽບການບໍລິຫານ ບັນລຸໝາກຜົນຫລາຍດ້ານໃນ 10 ປີຜ່ານມາ ປະກອບສ່ວນເຂົ້າຜົນສຳເລັດຂອງປະເທດຊາດໃນທຸກຂົງເຂດ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕີລາຄາ: ການປະຕິຮູບລະບຽບການບໍລິຫານປະກອບສ່ວນເຂົ້າຜົນສຳເລັດຂອງປະເທດຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ເປັນປະທານກອງປະຊຸມ
ພາບ:TTXVN

ຕອນບ່າຍວັນທີ 18 ມີນາ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຝຸກ ເປັນປະທານກອງປະຊຸມທົ່ວປະເທດ ສະຫລຸບໂຄງການສັງລວມການປະຕິຮູບລະບຽບການບໍລິຫານແຫ່ງລັດ ໄລຍະ 2011 – 2020 ແລະ ສ້າງໂຄງການສັງລວມລະບຽບການບໍລິຫານ ໄລຍະ 2021 -2030 ຈັດຂຶ້ນຕາມຮູບການທາງອອນລາຍ.

ສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ: ການປະຕິຮູບລະບຽບການບໍລິຫານ ບັນລຸໝາກຜົນຫລາຍດ້ານໃນ 10 ປີຜ່ານມາ ປະກອບສ່ວນເຂົ້າຜົນສຳເລັດຂອງປະເທດຊາດໃນທຸກຂົງເຂດ. ສຳລັບ ສາກົນ ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນພື້ນຖານເສດຖະກິດ ມີລະດັບດັດປັບຄະແນນ ແລະ ຈັດອັນດັບບັນດາດັດຊະນີ ແມ່ນຂຶ້ນກັບກຸ່ມດີສຸດທົ່ວໂລກ. ໃນນັ້ນ ລັດຖະບານເອເລກໂຕນິກ ປີ 2020 ຫວຽດນາມ ຖືກຈັດອັນດັບ 86/193 ປະເທດ, ຮັກສາການເພີ່ມຂັ້ນຢ່າງລຽນຕິດນັບແຕ່ປີ 2014 ມາຮອດປະຈຸບັນ.

“ການປະຕິຮູບດ້ານບໍລິຫານ ໄດ້ຮັບການກຳນົດວ່າ ແມ່ນຂອດບຸກທະລຸ ຊື່ງໄດ້ຜັນຂະຫຍາຍຢ່າງແຮງຂອງການປະຕິຮູບດ້ານບໍລິຫານ. ພວກເຮົາເຫັນໄດ້ຢ່າງຈະແຈ້ງວ່າ ບົດບາດຂອງລັດຖະບານ ແລະ ອຳນາດການປົກຄອງທຸກຂັ້ນ ໄດ້ຍົກສູງຈິດໃຈຄວາມຮັບຜິດຊອບຕໍ່ກັບປະຊາຊົນ, ສ້າງຄວາມສະດວກໃຫ້ແກ່ປະຊາຊົນ ແລະວິສາຫະກິດ. ບັນດາຄວາມຄຶບກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງຫວຽດນາມ ແມ່ນໃຫຍ່ຫລວງຢູ່”

ຕອບກັບ

ຂ່າວ/ບົດ​ອື່ນ