ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມຄະນະຊີ້ນໍາແຫ່ງຊາດກ່ຽວກັບການສ້າງບັນດາຫົວໜ່ວຍປົກຄອງ-ເ

(VOVWORLD) - ຕອນບ່າຍວັນທີ 10 ກໍລະກົດ, ທີ່ສໍານັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ຫົວໜ້າຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການກໍ່ສ້າງບັນດາຫົວໜ່ວຍປົກຄອງ-ເສດຖະກິດພິເສດ, ໄດ້ເປັນປະທານກອງປະຊຸມຄະນະຊີ້ນໍາ. 

ເນື້ອໃນກອງປະຊຸມ ແມ່ນເພື່ອແນໃສ່ຮັບເອົາຄໍາເຫັນຊີ້ນໍາຂອງກົມການເມືອງ; ບັນດາຄໍາຄິດຄໍາເຫັນທີ່ສຸດຈິດສຸດໃຈ, ມີຄວາມຮັບຜິດຊອບ, ເປັນທໍາຂອງພະນັກງານຜູ້ອາວຸໂສ; ບັນດາສະມາຊິກສະພາແຫ່ງຊາດ; ບັນດານັກຊ່ຽວຊານ, ນັກວິທະຍາສາດ ແລະ ປະຊາຊົນ. ບົນພື້ນຖານນັ້ນ, ສືບຕໍ່ສ້າງບັນດາວິທີການໃຫ້ເໝາະສົມ ເພື່ອແນໃສ່ປະຕິບັດແຜນນະໂຍບາຍສ້າງບັນດາຫົວໜ່ວຍປົກຄອງ-ເສດຖະກິດພິເສດຕາມຂໍ້ກໍານົດຂອງລັດຖະທໍາມະນູນ, ບັນດາມະຕິຂອງພັກ, ກົດໝາຍທີ່ກ່ຽວຂ້ອງ; ຮັບເອົາຄໍາຄິດເຫັນປະກອບຢ່າງກວ້າງຂວາງຈາກບັນດານັກວິທະຍາສາດ ແລະ ປະຊາຊົນທຸກຊັ້ນວັນນະ ກ່ອນຈະຍື່ນສະເໜີຕໍ່ສະພາແຫ່ງຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ