ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບແຂວງ ບີງທ້ວນ

(VOVWORLD) - ຕອນບ່າຍວັນທີ 31 ພຶດສະພາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງ ບີງທ້ວນ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບແຂວງ ບີງທ້ວນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບແຂວງ ບີງທ້ວນ (ພາບ: VGP)

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຄຳເຫັນເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຕິດຄັດ, ຍູ້ໄວຄວາມຄືບໜ້າບາງໂຄງການເສດຖະກິດ - ພື້ນຖານໂຄງລ່າງສຳຄັນ, ແນໃສ່ຊຸກຍູ້ການເຕີບໂຕຂອງ ບີງທ້ວນ - ບາງທ້ອງຖິ່ນທີ່ມີທ່າໄດ້ປຽບກ່ຽວກັບການທ່ອງທ່ຽວ ແລະ ພະລັງງານສະອາດຂອງປະເທດຊາດ.

        ກ່ຽວກັບບັນດາມາດຕະການລະອຽດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີແຂວງ ບີງທ້ວນ ໃຫ້ບຸລິມະສິດສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດ, ພັດທະນາທັງອຸດສາຫະກຳ ແລະ ທັງກະສິກຳ. ພິເສດ, ທ່ານນາຍົກລັດຖະມົນຕີໃສ່ໃຈວ່າ ແຂວງ ບີງທ້ວນ ຄວນແກ້ໄຂຢ່າງເດັດຂາດບັນດາກໍລະນີຮ້ອງຟ້ອງ, ກ່າວຟ້ອງທີ່ແກ່ຍາວຢ່າງມີປະສິດທິຜົນ; ຮັກສາ ແລະ ຄຸ້ມຄອງສິ່ງແວດລ້ອມເປັນຢ່າງດີໃນການພັດທະນາເສດຖະກິດ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ