ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ອົດສະຕາລີ
(VOVWORLD) - ສ່ວນທ່ານນາງ Robyn Mudie ໃຫ້ຮູ້ວ່າ ອົດສະຕາລີ ຖືເປັນສຳຄັນການມາຢ້ຽມຢາມ ຫວຽດນາມຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງສອງປະເທດ, ເປັນຕົ້ນແມ່ນການຄ້າ ແລະ ການລົງທຶນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ (ພາບ: VGP) |
ຕອນເຊົ້າວັນທີ 22 ສິງຫາ, ໃນການຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການຂອງຕົນ, ທ່ານນາງ Robyn Mudie ຈະປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງແຮງກ່ວາອີກໃນຊຸມປີຈະມາເຖິງ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ປາດຖະໜາວ່າ ໃນໄລຍະຈະມາເຖິງອົດສະຕາລີ ຈະສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ, ພິເສດແມ່ນໃນໄລຍະທີ່ ຫວຽດນາມ ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021.
ສ່ວນທ່ານນາງ Robyn Mudie ໃຫ້ຮູ້ວ່າ ອົດສະຕາລີ ຖືເປັນສຳຄັນການມາຢ້ຽມຢາມ ຫວຽດນາມຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງສອງປະເທດ, ເປັນຕົ້ນແມ່ນການຄ້າ ແລະ ການລົງທຶນ. ທ່ານນາງເອກອັກຄະລັດຖະທູດ ກໍ່ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ອົດສະຕາລີ ມີຄວາມປາດຖະໜາຢາກພົບປະກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເພື່ອແລກປ່ຽນກ່ຽວກັບບັນດາເນື້ອໃນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈໃຫ້ເລິກເຊິ່ງຕື່ມອີກເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງ ສອງປະເທດ.