ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບເຈົ້າແຂວງ Kanagawa, ປະເທດຍີ່ປຸ່ນ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບເຈົ້າແຂວງ Kanagawa, ປະເທດຍີ່ປຸ່ນ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບ​ທ່ານ Kuroiwa Yuji ​ເຈົ້າ​ແຂວງ ​ແຂວງ Kanagawa)


(vovworld) –  ຕອນ​ບ່າຍ​ວັນ​ທີ 25/07, ຢູ່​ສຳນັກງານ​ລັດຖະບານ, ທີ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Kuroiwa Yuji ​ເຈົ້າ​ແຂວງ ​ແຂວງ Kanagawa, ປະ​ເທດ​ຍີ່ປຸ່ນ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ ບົນ​ພື້ນຖາ​ນການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ເລີກ​ເຊິ່ງ, ກວ້າງ​ແຂວງ, ຫວຽດນາມ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພ້ອມ​ກັບ​ຍີ່ປຸ່ນ ນຳ​ການ​ພົວພັນ​​ຮ່ວມ​ມືລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລີກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ ລັດຖະບານ​ຫວຽດນາມ ສະໜັບສະໜູນ, ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​​ແກ່​ການ​ເຄື່ອນ​ໄຫວ​ລະຫວ່າງບັນດາ​ທ້ອງ​ຖິ່ນ​, ວິ​ສາ​ຫະກິດຂອງ​ຫວຽດນາມ ກັບ Kanagawa.


ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບເຈົ້າແຂວງ Kanagawa, ປະເທດຍີ່ປຸ່ນ - ảnh 2
(ທ່ານຫົວໜ້າ​ຄະ​ນະ​ເສດຖະກິດ​ສູນ​ກາງ ​ເວື​ອງດິ່ງ​ເຫວ້
ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ Kanagawa)


      ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 25/07, ຢູ່​ຮ່າ​​ໂນ້ຍ, ທ່ານກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະ​ນະ​ເສດຖະກິດ​ສູນ​ກາງ ​ເວື​ອງດິ່ງ​ເຫວ້ ​ໄດ້​ມີ​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ Kanagawa, ປະ​ເທດ​ຍີ່ປຸ່ນ ​ໂດຍ​ທ່ານ Kuroiwa Yuji ​ເຈົ້າ​ແຂວງ​ດັ່ງກ່າວ​ນຳ​ໜ້າ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານຫົວໜ້າ​ຄະ​ນະ​ເສດຖະກິດ​ສູນ​ກາງ ​ເວື​ອງດິ່ງ​ເຫວ້ ຖື​ວ່າ ບໍ່​ມີ​ເວລາ​ໃດ​ທີ່​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ພັດດີງາມຄື​ປະຈຸ​ບັນ, ການ​ເຄື່ອນ​ໄຫວ​ແລກປ່ຽນ​ລະຫວ່າງ​ຫວຽດນາມ ​ກັບ ຍີ່ປຸ່ນ ​ໃນ​ປະຈຸ​ບັນ ບໍ່​ພຽງ​ແຕ່​ຢູ່​ໃນ​ລະດັບ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່​​ໃນ​ລະດັບ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ ລະຫວ່າງ​ບັນດາ​ແຂວງ​ຂອງ​ຫວຽດນາມ ກັບ ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຍີ່ປຸ່ນ ອີກ​ດ້ວຍ. ທ່ານ ເວື​ອງດິ່ງ​ເຫວ້ ​ໃຫ້​ຮູ້​ວ່າ ຫວຽດນາມ ​ປາດ​ຖະໜາ​ຢາກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ລົງທຶນ​ເຂົ້າ​ຫວຽດນາມ ​ເພື່ອ​​ແນ​ໃສ່​ສ້າງ​ບັນດ​າຜະລິດ​ຕະພັນ​ມີມູນ​ຄ່າ​​ເພີ​່ມສູງ, ຕອບ​ສະ​ນອງ​ຄວາມ​ຕ້ອງການ​​ໃຊ້​ສອຍ​ທີ່​ນັບ​ມື້​ນັບ​ສູງ​ຂອງ​ປະຊາຊົນ. ທ່ານ ເວື​ອງດິ່ງ​ເຫວ້  ປາດ​ຖະໜາ​ວ່າ ທ່ານ​​ເຈົ້າ​ແຂວງ​ຕັ້ງໜ້າ​ຂົນຂວາຍ​ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ຂອງ​ແຂວງ Kanagawa ​ເຂົ້າ​ຮ່ວມ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ສາທາລະນະ​ສຸກ​ຢູ່​ຫວຽດນາມ, ສ​້າງ​ເງື່ອນ​ໄຂ​ສະດວກ​​ເພື່ອຫັນ​ວຽກ​ງານ​ການ​ສຶກສາ, ສາທາລະນະ​ສຸກ ​ແລະ ພາລະກິດ​ລວມມາ​ເປັນ​ຂອງ​ສັງຄົມ.

ຂ່າວ/ບົດ​ອື່ນ