ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ອວຍພອນບຸນເຕັດແຂວງ ກຽນຢາງ

ວັນ​ທີ 27/1, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ບຸນ​ເຕັດ​ພະນັກງານ, ນັກຮົບ​ກອງພັນ 207 ຂຶ້ນກັບ​ກອງ​ບັນຊາ​ການ​ທະຫານ ​ແຂວງ ​ກຽນ​ຢາງ ຊື່ງ​ແມ່ນ​ຫົວຫນ່ວຍທີ່ທ່ານ​ນາຍົກລັດຖະມົນຕີ​ໄດ້​ເຂົ້າ​ຮ່ວມ​ການ​ຕໍ່ຕ້ານ. ທ່ານ​ ຫງວຽນ​ເຕີນ​ຢູ໋ງ ຖື​ວ່າ ​ເພື່ອ​ມີ​ຄວາມ​ສັນຕິພາບ, ​ເສ​ລິ​ພາບ​ຄື​ວັນ​ນີ້ ປະຊາຊົນ​ຫວຽດນາມ ​ໄດ້​ເສຍ​ເລືອດ​ເນື້ອ​ຢ່າງ​ຫລວງຫລາຍ ສະ​ເພາະ​ກອງພັນ 207 ວິລະຊົນນີ້ ກໍມີພະນັກງານ,​ ນັກຮົບກວ່າ 1 ພັນຄົນໄດ້ເສຍສະຫລະຊີວິດເພື່ອພາລະກິດປະຕິວັດ, ປົດປ່ອຍຊາດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ​ໄດ້​ເນັ້ນ​ຫນັກ​ວ່າ: ພະນັກງານ, ນັກຮົບ​ກອງພັນ 207 ຈົ່ງ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ຫົວຫນ່ວຍ​ວິລະ​ຊົນ, ຍາມ​ໃດ​ກໍ​ຕ້ອງ​ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊ່ືອ​ໃຈ​ຂອງ​ພັກ ​ແລະ ປະຊາຊົນ. ​ໃນ​ພາ​ລະ​ກິດສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ, ພະນັກງານ ນັກຮົບ​ກອງພັນ 207 ຕ້ອງ​ອອກ​ແຮງ​ຮຳ່ຮຽນ, ຝຶກ​ຝົນ​ຫລໍ່​ຫລອມ, ປະຕິບັດ​ຫນ້າ​ທີ່​ອົບຮົມກຽມພ້ອມ​​ການ​ສູ້​ຮົບ​ເປັນ​ຢ່າງ​ດີ.

ຕອບກັບ

ຂ່າວ/ບົດ​ອື່ນ