ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ການ​ສ້າງ​ສູນ​ການ​ເງິນ​ສາ​ກົນ ຢູ່ ຫວຽດ​ນາມ

(VOVWORLD) - ຕອນເຊົ້າວັນທີ 21 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີປະກາດການສ້າງຕັ້ງສູນການເງິນສາກົນ ຢູ່ ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ການ​ສ້າງ​ສູນ​ການ​ເງິນ​ສາ​ກົນ ຢູ່ ຫວຽດ​ນາມ - ảnh 1 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ສະພາບໍລິຫານສູນການເງິນສາກົນ ຢູ່ ຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ເປັນປະທານສະພາ, ບັນດາຮອງປະທານແມ່ນ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ເລື່ອງນຳສູນການເງິນສາກົນ ເຂົ້າເຄື່ອນໄຫວແມ່ການເລີ່ມຕົ້ນຂອງວິວັດການປ່ຽນແປງໃໝ່ທັງຈຳນວນ, ຄຸນນະພາບ, ປະສິດທິຜົນຕໍ່ການພັດທະນາຕະຫຼາດການເງິນ, ດ້ວຍບັນດາຜົນກະທົບແຜ່ກະຈາຍຢ່າງເລິກເຊິ່ງກວ້າງຂວາງ ຕໍ່ທຸກຂະແໜງການ, ຂົງເຂດ, ບັນດາເຈົ້າຂອງປະເທດຊາດ.

ເພື່ອໃຫ້ສູນການເງິນສາກົນມີການເຄື່ອນໄຫວຢ່າງມີປະສິດທິຜົນ, ແທ້ຈິງ ທ່ານນາຍົກລັດຖະມົນຕີ ຮຽກຮ້ອງກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງ ແລະ ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ແລະ ນະຄອນດ່ານັ້ງ ປ່ຽນແປງໃໝ່ຈິນຕະນາການໃນການຄຸ້ມຄອງ; ຫັນປ່ຽນຈາກການຄຸ້ມຄອງວຽກງານບໍລິຫານ ມາເປັນການ ອຳນວຍການຄວາມສະດວກ ແລະ ຮັບໃຊ້”, ທຸກຂໍ້ຕິດຂັດຂອງບັນດາການນັກລົງຢູ່ສູນຕ້ອງໄດ້ຮັບການແກ້ໄຂຕາມວິວັດການພິເສດ, “ປະຕູດຽວຢູ່ກັບທີ່”, ລາຍງານຕໍ່ນະຍົກລັດຖະມົນຕີໂດຍກົງ ຖ້າເກີນສິດອຳນາດ…

ຕອບກັບ

ຂ່າວ/ບົດ​ອື່ນ