ທ່ານປະທານປະເທດເຈືອງເຕີນຊາງຕ້ອນຮັບກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບຝລັ່ງ-ຫວຽດນາມ

ທ່ານປະທານປະເທດເຈືອງເຕີນຊາງຕ້ອນຮັບກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບຝລັ່ງ-ຫວຽດນາມ - ảnh 1
ພາບປະກອບ


(vovworld)- ຕອນ​ບ່າຍ​ວັນ​ທີ 11/9 ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ຕ້ອນຮັບ​ທ່ານ Christian Poncelet ປະທານ​ກຸ່ມ​ມິດ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ ຝລັ່ງ - ຫວຽດນາມ ຂອງ​ສະພາ​ສູງ​ ຝລ່ັງ ​ເປັນ​ຫົວຫນ້າ​ຄະນະ ພວມ​ຢ້ຽມຢາມ​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ: ຍາມ​ໃດ​ຫວຽດນາມ ກໍ​ຖື​ການ​ພົວພັນ​ກັບ ຝລັ່ງ ​ເປັນ​ສຳຄັນ​ແລະ​ເຊື່ອ​ໝັ້ນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຝລັ່ງ ຈະ​ໄດ້​ຍົກ​ຂຶ້ນ​ສູ່​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ພິ​ເສດ ​ໃນ​ການ​ຢ້ຽມຢາມ ຝລັ່ງຂອງ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໃນ​ທ້າຍ​ເດືອນ 9 ນີ້ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ. ທ່ານ Christian Poncelet ຢືນຢັນ​ວ່າ: ການ​ຢ້ຽມຢາມຫວຽດນາມ ​ຂອງ​ຄະນະ​ຄັ້ງ​ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ ​ແລະ ຝລັ່ງ ຢາກ​ຜ່ານ​ຫວຽດນາມ ​ເພື່ອ​ຊື​ມ​ເຂົ້າ​ເລິກ​ຕະຫລາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ກົງກັນຂ້າມ ຝລ່ັງ ພ້ອມ​ແລ້ວ​ຫນູນ​ຊ່ວຍ​ຫວຽດນາມ ຊືມ​ເຂົ້າ​ເລິກ​ຕະຫລາດ ​ເອີ​ລົບ.

ຂ່າວ/ບົດ​ອື່ນ