ທ່ານປະທານປະເທດເຈືອງເຕີນຊາງພົບປະກັບຊາວຫວຽດນາມອາໄສຢູ່ອາເມລິກາ

 ທ່ານປະທານປະເທດເຈືອງເຕີນຊາງພົບປະກັບຊາວຫວຽດນາມອາໄສຢູ່ອາເມລິກາ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ພົບ​ປະ​ກັບ​ຊາວ​ຫວຽດ​ນາມ
ອາ​ໄສ​ຢູ່ ອາ​ເມ​ລິ​ກາ ແລະ ເພື່ອນ​ມິດ​ອາ​ເມ​ລິ​ກາ

ພາບ:TTXVN

(vovworld)-  ​ຕອນ​ຄ່ຳ​ວັນ​ທີ 26/9 ຕາມ​ເວ​ລາ​ນິວຢອກ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ໄດ້​ພົບ​ປະ​ກັບ​ຊາວ​ຫວຽດ​ນາມ, ນັກ​ຮຽນ​ນັກ​ສຶກ​ສາ​ຫວຽດ​ນາມ ອາ​ໄສ ແລະ ຮ່ຳ​ຮຽນ​ຢູ່ ອາ​ເມ​ລິ​ກາ ແລະ ພະ​ນັກ​ງານ​ຄະ​ນະ​ຜູ້​ຕາງ​ຫນ້​າ​ຫວຽດ​ນາມ ຢູ່​ ສ​ປ​ຊ  ພ້ອມ​ກັບ​ເພື່ອນ​ມິດ ອາ​ເມ​ລິ​ກາ. ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ໃຫ້​ຮູ້​ວ່າ: ພ້ອມ​ກັບ​ວິ​ວັດ​ການ​ເຊື່ອມ​ໂຍງ,ຍາມ​ໃດ​ຫວຽດ​ນາມ ກໍ​ປະ​ຕິ​ບັດ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ ແລະ ຕັ້ງ​ຫນ້າ​ເຊ​ື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ຫວຽດ​ນາມ ກໍ​ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ບັນ​ດາ​ອົງ​ການ​ສາ​ກົນ, ໝັ້ນ​ໝາຍ​ປະ​ກອບ​ສ່ວນ​ພ້ອມ​ກັບ ສ​ປ​ຊ ປະ​ຕິ​ບັດ​ພາ​ລະ​ກຳ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ສາ​ກົນ. ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ເວົ້າ​ວ່າ:

        “ຫນຶ່ງ​ໃນ​ບັນ​ດາ​ສິ່ງ​ທ້າ​ທາຍ​ນັບ​ມື້​ນັບ​ຮ້າຍ​ແຮງ​ສຳ​ລັບ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ​ຢູ່ ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ອາ​ຊີ ປາ​ຊີ​ຟີກ ນັ້ນ​ແມ່ນ​ແກ້​ໄຂ​ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຍາມ​ໃດ​ກໍ​ຢືດ​ໝັ້ນ ແລະ ຕັດ​ສິນ​ໃຈ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດ​ນາມ.”

ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນ​ດາ​ຄວາມ​ຄືບ​ຫນ້າ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ​ແລະ ອາ​ເມ​ລິ​ກາ ພາຍ​ຫລັງ​ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ​ຂອງ​ປະ​ທານ​ປະ​ເທດ​ເມື່ອ​ປີ 2013 ແລະ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ​ຈ້ອງ ຫວ່າງ​ແລ້ວນີ້. ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຮຽກ​ຮ້ອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢ​ູ່​ຕ່າງ​ປະ​ເທດ ຍາມ​ໃດ​ກໍ​ອ່​ວາຍ​ຫນ້າ​ເມືອ​ຫາ​ປະ​ເທດ​ຊາດ  ພ​ອ້​ມ​ທັງ​ປາດ​ຖະ​ຫນາ​ເພື່ອນ​ມິດ ອາ​ເມ​ລິ​ກາ ສະ​ຫນັບ​ສະ​ຫນູນ​ຫລາຍກວ່າ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ ເພື່ອ​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ ແລະ ໃນ​ໂລກ.

 

ຂ່າວ/ບົດ​ອື່ນ