ທ່ານປະທານປະເທດເຈືອງເຕີນຊາງພົບປະສອງຝ່າຍກັບການນຳບັນດາປະເທດ

ທ່ານປະທານປະເທດເຈືອງເຕີນຊາງພົບປະສອງຝ່າຍກັບການນຳບັນດາປະເທດ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ພົບ​ປະ​ກັບປະ​ທາ​ນາ​ທິ​ບໍ​ດີ
 ຕວກ​ເມ​ນິ​ສະ​ຕັງ Gurbanguly Berdimuhanedvo
ພາບ:baohomnay.com

(vovworld)-  ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ສ​ປ​ຊ ຢູ່ ນິວຢອກ ສະ​ຫະ​ລັດ ອາ​ເມ​ລິ​ກາ, ວັນ​ທີ 26/9, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ​ປະ​ທາ​ນາ​ທິ​ບໍ​ດີ  ຕວກ​ເມ​ນິ​ສະ​ຕັງ, ປະ​ທາ​ນາ​ທິ​ບໍ​ດີ  ໂມ​ຊຳ​ບີກ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ວິດ.

ທີ່​ການ​ພົບ​ປະ​ກັບ ປະ​ທາ​ນາ​ທິ​ບໍ​ດີ ຕວກ​ເມ​ນິ​ສະ​ຕັງ Gurbanguly Berdimuhanedvo, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຖື​ວ່າ: ສອງ​ປະ​ເທດ ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ວິ​ສາ​ຫະ​ກິດ, ຊຸກ​ຍູ້​ການ​ຄ້ານ, ການ​ລົງ​ທຶນ ໃນ​ບັນ​ດາ​ຂົງ​ເຂດ​ຊື່ງ​ສອງ​ຝ່າຍ​ມີ​ຄວາມ​ຕ້ອງ​ການ ແລະ ມີ​ທ່າ​ແຮງ. ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ ຄວນ​ສົມ​ທົບ​ນຳ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ສາ​ກົນ, ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ, ການ​ປະ​ທະ​ກັນ​ໂດຍ​ສັນ​ຕິ​ວິ​ທີ ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ.

ໃນ​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ໂມ​ຊຳ​ບີກ Filipe Jacinto Nyusi, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ສະ​ເຫນີ ສອງ​ປະ​ເທດ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ ເພື່ອ​ເປີດກວ້າງ​ການ​ຮ່ວມ​ມື.

ທີ່​ການ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ວິດ Stefan Lofven, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ສະ​ເຫນີ ຫວຽດ​ນາມ ແລະ ສະ​ວິດ ສືບ​ຕໍ່​ຊຸກ​ຍູ້​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ ແລະ ພົບ​ປະ​ຂັ້ນ​ສູງ. ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ສະ​ເຫນີ ສະ​ວິດ ຊຸກ​ຍູ້​ການ​ລົງ​ນາມ​ ແລະ ໃຫ້​ສັດ​ຕະ​ຍາ​ບັນ ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສະ​ຫະ​ພາບ​ເອີ​ລົບ.

ຂ່າວ/ບົດ​ອື່ນ