ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະບັນດາຜູ້ແທນດີເດັ່ນຊາວຊົນເຜົ່າສ່ວນໜ້ອຍແຂວງ ກາວບັ່ງ

(VOVWORLD) - ບັນດາຜູ້ແທນດີເດັ່ນຂອງຊາວຊົນເຜົ່າສ່ວນໜ້ອຍແຂວງ ກາວບັ່ງ ຕ້ອງເສີມຂະຫຍາຍມູນເຊື້ອເປັນບ້ານເກີດເມືອງນອນແຫ່ງການປະຕິວັດ...
 
ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະບັນດາຜູ້ແທນດີເດັ່ນຊາວຊົນເຜົ່າສ່ວນໜ້ອຍແຂວງ ກາວບັ່ງ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະບັນດາຜູ້ແທນດີເດັ່ນຊາວຊົນເຜົ່າສ່ວນໜ້ອຍແຂວງ ກາວບັ່ງ

ຕອນບ່າຍວັນທີ 21 ກັນຍາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ການພົບປະກັບຜູ້ແທນດີເດັ່ນ 45 ຄົນ ທີ່ຕາງໜ້າໃຫ້ກ່ວາ 20 ກຸ່ມຊາວຊົນເຜົ່າສ່ວນໜ້ອຍແຂວງ ກາວບັ່ງ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ: ເພື່ອໃຫ້ແຂວງພູດອຍພັດທະນາທັນກັບເຂດທົ່ງພຽງນັ້ນ, ບັນດາຜູ້ແທນດີເດັ່ນຂອງຊາວຊົນເຜົ່າສ່ວນໜ້ອຍແຂວງ ກາວບັ່ງ ຕ້ອງເສີມຂະຫຍາຍມູນເຊື້ອເປັນບ້ານເກີດເມືອງນອນແຫ່ງການປະຕິວັດ, ແມ່ນບັນດາແບບຢ່າງທີ່ເຫຼື້ອມໃສ, ແຜ່ຂະຫຍາຍນ້ຳໃຈສາມັກຄີ, ເຈດຈຳນົງຄວາມຕັດສິນໃຈໃນການດຳລົງຊີວິດ, ປະກອບສ່ວນສ້າງສາບ້ານເກີດເມືອງນອນ, ປະເທດຊາດ. ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີໃຫ້ແຂວງ ກາວບັ່ງ ເອົາໃຈໃສ່ສ້າງລະບົບການເມືອງທີ່ໝັ້ນຄົງເຂັ້ມແຂງ, ຮັບຟັງ ແລະ ແກ້ໄຂບັນດາຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນຢ່າງທັນການ; ສືບຕໍ່ປະຕິບັດໜ້າທີ່ຫລຸດຜ່ອນຄວາມທຸກຍາກ. ຄວນປະຕິບັດບັນດາແຜນນະໂຍບາຍ, ແນວທາງຂອງພັກກ່ຽວກັບການພັດທະນາເຂດຊົນເຜົ່າສ່ວນໜ້ອຍ; ຜັນຂະຫຍາຍມະຕິຂອງສະພາແຫ່ງຊາດກ່ຽວກັບການອະນຸມັດຜ່ານແຜນຮ່າງສັງລວມກ່ຽວກັບການພັດທະນາເສດຖະກິດ - ສັງຄົມເຂດປະຊາຊົນຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030 ຢ່າງມີປະສິດທິຜົນ…

        ທ່ານປະທານປະເທດ ເນັ້ນໜັກວ່າ: ທ້ອງຖິ່ນຄວນປຸກລະດົມຂະບວນການກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ບືນຕົວຢ່າງແຮງໃນທ້ອງຖິ່ນ, ກະຕຸກຊຸກຍູ້, ສ້າງເງື່ອນໄຂເພື່ອໃຫ້ພໍ່ແມ່ປະຊາຊົນຕັ້ງໜ້າໃນການອອກແຮງງານ, ທຳການຜະລິດເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ; ຮັກສາມູນເຊື້ອວັດທະນະທຳ, ເສີມຂະຫຍາຍບັນດາຮີດຄອງປະເພນີອັນດີງາມ, ລົບລ້າງຮີດຄອງທີ່ຫຼ້າຫຼັງ. ພິເສດ, ຄວນສ້າງທຸກເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ລູກຫຼານທຸກໆຄົນໄດ້ໄປໂຮງຮຽນ, ໄດ້ມີການຮ່ຳຮຽນທີ່ດີ, ຍ້ອນນີ້ແມ່ນປະຖົມປັດໄຈທີ່ສຳຄັນເພື່ອຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ບືນຕົວສ້າງຄວາມຮັ່ງມີ, ມີຊີວິດການເປັນຢທີ່ດີກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ