ທ່ານປະທານປະເທດ ຫວໍວັນເຖືອງ ຈະເຂົ້າຮ່ວມເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງໜຶ່ງເສັ້ນທາງ” ຄັ້ງທີ 3 ຢູ່ນະຄອນຫຼວງ ປັກກິ່ງ, ປະເທດ ຈີນ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຈະນຳຫນ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມເວທີປາໄສຂັ້ນສູງ "ໜຶ່ງແລວທາງໜຶ່ງເສັ້ນທາງ" ຄັ້ງທີ 3 ຢູ່ປັກກິ່ງ

ວັນທີ 12 ຕຸລາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດຈີນ ສີຈິ້ນຜິງ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຈະນຳຫນ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມເວທີປາໄສຂັ້ນສູງ "ໜຶ່ງແລວທາງໜຶ່ງເສັ້ນທາງ" ຄັ້ງທີ 3 ຢູ່ປັກກິ່ງ (ຈີນ).ເວທີປາໄສດຳເນີນໄປແຕ່ວັນທີ 17 – 20 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ