ທ່ານປະທານປະເທດຢ້ຽມຢາມກອງທະຫານພິເສດ 1
(ພາບ: hanoimoi.com)
(vovworld) – ວັນທີ 4/2 ເມື່ອໄປຢ້ຽມຢາມກອງທະຫານພິເສດ 1 ແລະ ກອງພົນນ້ອຍສື່ສານ 205, ເຫຼົ່າທັບສື່ສານຕິດຕໍ່. ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ຮຽກຮ້ອງໃຫ້ພະນັກງານ ນັກຮົບກອງພົນນ້ອຍ ສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ, ມານະພະຍາຍາມສູ້ຊົນ, ເຮັດຫລ້ອນໜ້າທີ່ ເຊິ່ງພັກ, ລັດໄດ້ມອບໝາຍໃຫ້ໃນສະພາບການໃໝ່. ຢູ່ທີ່ນີ້, ທ່ານປະທານປະເທດກໍ່ໄດ້ຮັບຟັງການນຳອຳນາດການປົກຄອງເທດສະບານເຈື່ອງຊາ ແລະ ເກາະນາມອຽດ ທີ່ຂຶ້ນກັບເມືອງເກາະເຈື່ອງຊາ, ແຂວງແຄ໋ງຮ່ວາ ລາຍງານກ່ຽວກັບສະພາບການກະກຽມຕ້ອນຮັບບຸນປີໃໝ່. ທ່ານປະທານໄດ້ຢື້ຢາມຖາມຂ່າວ ແລະ ອວຍພອນທະຫານ, ປະຊາຊົນເມືອງເກາະເຈື່ອງຊາຕ້ອນຮັບບຸນປີໃໝ່ ປີມະເສງຢ່າງເບິກບານມ່ວນຊື່ນ ແລະ ມີຄວາມສຸກ.
”ຕາງໜ້າການນຳພັກ, ລັດ, ຂ້າພະເຈົ້າຂໍອວຍພອນພະນັກງານ, ນັກຮົບ ກໍ່ຄື ປະຊາຊົນຢູ່ເກາະເຈື່ອງຊາ ແລະ ເກາະ ນຽມອຽດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ມີໄຊ. ທັງປະເທດສະແດງຄວາມເຊື່ອໝັ້ນ, ຄວາມຫວັງຕໍ່ຄວາມມານະພະຍາຍາມຂອງພໍ່ແມ່ປະຊາຊົນທີ່ພວມດຳລົງຊີວິດ ແລະ ທຳມາຫາກິນຢູ່ເຂດເກາະ, ຫວັງວ່າຊີວິດຂອງປະຊາຊົນຢູ່ທີ່ນີ້ນັບມື້ນັບດີຂຶ້ນ”.
ແລະ ກໍ່ໃນຕອນເຊົ້າວັນທີ 4/2, ທ່ານປະທານປະເທດກໍ່ໄດ້ໄປຢ້ຽມຢາມກອງທະຫານພິເສດ 1, ກອງບັນຊາການທະຫານພິເສດ. ທ່ານປະທານໄດ້ສະເໜີໃຫ້ພະນັກງານ, ນັກຮົບທີ່ຮັບຜິດຊອບໜ້າທີ່ພິເສດ ຈົ່ງເສີມຂະຫຍາຍມູນເຊື້ອວິລະຊົນປະຕິວັດ, ສົມທົບກັບກຳລັງຕ່າງໆພ້ອມແລ້ວທີ່ຈະປະຕິບັດໜ້າທີ່ປົກປັກຮັກສາເອກະລາດ, ອະທິປະໄຕຂອງປະເທດຊາດໃຫ້ດີ.