ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບຜູ້ວ່າການລັດ Victoria ແລະ ຕ້ອນຮັບລັດຖະມົນຕີກະຊວງການຄ້າ ແລະ ການຜະລິດອົດສະຕາລີ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕີລາຄາສູງເລື່ອງສູນເສດຖະກິດໃຫຍ່ 2 ແຫ່ງຂອງສອງປະເທດແມ່ນນະຄອນ ໂຮ່ຈີມິນ ແລະ ລັດ Victoria ໄດ້ລົງນາມສັນຍາຮ່ວມມື

ວັນທີ 2 ທັນວາ, ທີ່ນະຄອນ Melbourne, ລັດ Victoria, ປະເທດ ອົດສະຕາລີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານນາງ Linda Dessau, ຜູ້ວ່າການລັດ Victoria ແລະ ທ່ານ Tim Ayres, ລັດຖະມົນຕີກະຊວງການຄ້າ ແລະ ການຜະລິດ ອົດສະຕາລີ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບຜູ້ວ່າການລັດ Victoria ແລະ ຕ້ອນຮັບລັດຖະມົນຕີກະຊວງການຄ້າ ແລະ ການຜະລິດອົດສະຕາລີ - ảnh 1ການພົບປະກັບທ່ານນາງ Linda Dessau, ຜູ້ວ່າການລັດ Victoria

        ທີ່ການພົບປະກັບທ່ານນາງ Linda Dessau, ຜູ້ວ່າການລັດ Victoria, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕີລາຄາສູງເລື່ອງສູນເສດຖະກິດໃຫຍ່ 2 ແຫ່ງຂອງສອງປະເທດແມ່ນນະຄອນ ໂຮ່ຈີມິນ ແລະ ລັດ Victoria ໄດ້ລົງນາມສັນຍາຮ່ວມມື, ຖືນີ້ແມ່ນແບບຢ່າງໃນການພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດໃນອະນາຄົດ ແລະ ຫວັງວ່າ: ສອງຝ່າຍເປີດກ້ວາງການຮ່ວມມືໃນບັນດາຂົງເຂດຄື: ວາງແຜນຜັງຕົວເມືອງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານນາງ Linda Dessau, ຜູ້ວ່າການລັດ Victoria ໃຫ້ຮູ້ວ່າ: ລັດ Victoria ຍາມໃດກໍ່ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ ແລະ ປາດຖະໜາຢາກເປີດກ້ວາງການຮ່ວມມືກັບບັນດາທ້ອງຖິ່ນຂອງ ຫວຽດນາມ ໃນບັນດາຂົງເຂດທີ່ເປັນທ່າແຮງ ແລະ ມີຄວາມສາມາດບົ່ມຊ້ອນ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບຜູ້ວ່າການລັດ Victoria ແລະ ຕ້ອນຮັບລັດຖະມົນຕີກະຊວງການຄ້າ ແລະ ການຜະລິດອົດສະຕາລີ - ảnh 2ການພົບປະກັບທ່ານ Tim Ayres, ລັດຖະມົນຕີກະຊວງການຄ້າ ແລະ ການຜະລິດ ອົດສະຕາລີ


ທີ່ການຕ້ອນຮັບ ທ່ານ Tim Ayres, ລັດຖະມົນຕີກະຊວງການຄ້າ ແລະ ການຜະລິດ ອົດສະຕາລີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີວ່າ: ໃນຖານະຕຳແໜ່ງຂອງຕົນ ທ່ານລັດຖະມົນຕີ Tim Ayres ຈະຊຸກຍູ້ການເປີດປະຕູຕະຫຼາດໃຫ້ແກ່ບັນດາຜະລິດຕະພັນກະເສດຂອງ ຫວຽດນາມ ກ່ວາອີກ, ໜູນຊ່ວຍ ຫວຽດນາມ ພັດທະນາກະສິກຳເຕັກໂນໂລຊີສູງ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດສຶກສາ - ບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງ …

                                                         

ຕອບກັບ

ຂ່າວ/ບົດ​ອື່ນ