ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ອວຍພອນທ່ານປະທານສະພາສູງ ຍີ່ປຸ່ນ Hidehisa Otsuji
(VOVWORLD) - ໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຊື້ອເຊີນທ່ານ Hidehisa Otsuji ນຳໜ້າຄະນະຜູ້ແທນສະພາສູງ ຍີ່ປຸ່ນ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນເວລາທີ່ເໝາະສົມ.
ທ່ານ Hidehisa Otsuji ປະທານສະພາສູງຍີ່ປຸ່ນຄົນໃໝ່ (ພາບ: TTXVN) |
ເນື່ອງໃນໂອກາດທ່ານ Hidehisa Otsuji ໄດ້ຮັບການເລືອກຕັ້ງເປັນປະທານສະພາສູງຍີ່ປຸ່ນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ສົ່ງຈົດໝາຍອວຍພອນ. ໃນຈົດໝາຍ, ທ່ານປະທານສະພາແຫ່ງຊາດເຊື່ອໝັ້ນວ່າ ດ້ວຍປະສົບການທີ່ອຸດົມສົມບູນ ໃນຫຼາຍຕຳແໜ່ງວຽກງານ, ທ່ານ Hidehisa Otsuji ຈະບັນລຸໄດ້ຜົນສຳເລັດເມື່ອດຳລົງຕຳແໜ່ງໃໝ່ ແລະ ສືບຕໍ່ມີຄວາມເອົາໃຈໃສ່ຕໍ່ການຊຸກຍູ້ການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ມີຄວາມປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບທ່ານປະທານສະພາສູງ Hidehisa Otsuji ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມື ລະຫວ່າງອົງການນິຕິບັນຍັດສອງປະເທດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາໃນພາກພື້ນ ແລະ ໃນໂລກ.
ໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຊື້ອເຊີນທ່ານ Hidehisa Otsuji ນຳໜ້າຄະນະຜູ້ແທນສະພາສູງ ຍີ່ປຸ່ນ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນເວລາທີ່ເໝາະສົມ.