ທ່ານປະທານສະພາແຫ່ງ ຊາດເຂົ້າຮ່ວມພິທີເປີດ ສຳນັກງານພະແນກ ພົວພັນແລກປ່ຽນຫຼັກຊັບຮ່າໂນ້ຍ

ທ່ານປະທານສະພາແຫ່ງ ຊາດເຂົ້າຮ່ວມພິທີເປີດ ສຳນັກງານພະແນກ ພົວພັນແລກປ່ຽນຫຼັກຊັບຮ່າໂນ້ຍ - ảnh 1

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເຂົ້າຮ່ວມ​ພິທີ​ເປີດ
ສຳນັກງານ​ພະ​ແນ​ກ​ພົວພັນແລກປ່ຽນ​ຫຼັກ​ຊັບ​ຮ່າ​ໂນ້ຍ

(ພາບ: http://nguyensinhhung.net)

ຕອນ​ເຊົ້າ​ວັນ​ທີ 15/1, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮູ່ງ​ໄດ້​ເຂົ້າຮ່ວມ​ພິທີ​ເປີດ​ສຳນັກງານ​ພະ​ແນ​ກພົວພັນ​ແລກປ່ຽນ​ຫຼັກ​ຊັບ​ຮ່າ​ໂນ້ຍ. ພະ​ແນ​ກ​ພົວພັນແລກປ່ຽນຫຼັກ​ຊັບ​ຮ່າ​ໂນ້ຍ​ໄດ້​​ເລີ່​ມດຳ​ເນີນ​ກໍ່ສ້າງ​ເມື່ອ​ເດືອນ 10/2009, ດ້ວຍ​ຍອດ​​ເງິນ​ລົງທຶນ​​ເກືອບ 350 ຕື້​ດົ່ງ. ນີ້​ກໍ່​ແມ່ນ​ກິດຈະກຳ​ຖືກ​ກໍ່ສ້າງ​ຢ່າງ​ສວຍ​ງາມ, ທັນ​ສະ​ໄໝ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກ​ວ່າ:

“ບັນດາ​ນັກ​ລົງທຶນ​ຫຼັກ​ຊັບ, ບັນດາ​ວິ​ສາ​ຫະກິດ​ພວມ​ຢູ່​ໃນ​ໄລຍະ​ຫັນ​ເປັນ​ຫຸ້ນ​ສ່ວນ​ກໍ​ມີ​ຄວາມ​ມ່ວນ​ຊື່ນ​ຕ້ອນຮັບ​ໄລຍະ​ສ້າງ​ໂຄງ​ປະກອບ​ກາ​ນຕະຫຼາດ​ຄື​ນ​ໃໝ່, ສ້າງ​ເງື່ອນ​ໄຂ​ເພື່ອ​ນຳ​ບັນດາ​ຜະລິດ​ຕະພັນ​ມີ​ຄຸນ​ນະພາ​ບອອກ​ສູ່​ຕະຫຼາດ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ຕະຫຼາດ​ຫຼັກ​ຊັບ​ແມ່ນ​ການລະດົມ​ທຶນຢ່າງ​ແທ້​ຈິງ, ກາຍ​ເປັນ​ຕະຫຼາດ​ການ​ເງິນ​ມີ​ຄວາມ​ສະຫງົບ​ໝັ້ນ​ທຽງ, ປະກອບສ່ວນ​ພ້ອມ​ກັບ​ບັນດາ​ວິ​ສາ​ຫະກິດ​ສັງກັດ​ທຸກພາກສ່ວນ​ເສດຖະກິດ​ອື່ນ​ຊຸກຍູ້​ການ​ລົງທຶນ, ຊຸກຍູ້​ການ​ດຳ​ເນີນ​ທຸລະ​ກິດ ຍົງ​ສູງ​ປະສິດທິ​ຜົນ​ຂອງ​ພື້ນຖານ​ເສດຖະກິດ”

ກໍ່​ຢູ່​ພິທີ​ດັ່ງກ່າວ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິນ ​ໄດ້​ກ່າວ​ຄຳ​ເຫັນ​ຊີ້​ແຈງ​ເຖິງ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ ຫວຽດນາມ​ຍາມ​ໃດ​ກໍ່​ຖື​ການ​ພັດທະນາ​ຕະຫຼາດ​ຫຼັກ​ຊັບ​ເປັນ​ສຳຄັນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ໜ້າ​ທີ່​ຂອງ​ລັດຖະບານ​ໃນ​ປີ 2012 ​ແມ່ນ​ສຸມ​ໃສ່​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ຕາມ​ທິດ​ຍົກ​ສູງ​ປະສິດທິ​ຜົນ, ກຳລັງ​ຄວາມ​ແກ່ງ​ແຍ້​ງ. ​ໃນ​ນັ້ນ, ມີ​ການ​ສ້າງ​​ໂຄງ​ປະກອບ​ຕະຫຼາດ​ຫຼັກ​ຊັບ​ຄືນ​ໃໝ່.

ຂ່າວ/ບົດ​ອື່ນ