ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈໍາ ອົດສະຕາລີ ແລະ ພົບປະກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ

(VOVWORLD) - ວັນທີີ 24 ພະຈິກ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄດ້ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ອົດສະຕາລີ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ພົບປະ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສ ຢູ່ Canberra.
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈໍາ ອົດສະຕາລີ ແລະ ພົບປະກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ  ພົບປະກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ (ພາບ: TTXVN) 

        ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພາຍໃນປະເທດ ພວມພັດທະນາຢ່າງຕັ້ງໜ້າ ພ້ອມທັງຢັ້ງຢືນວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍຮັບຟັງຄໍາເຫັນຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດທີ່ຢາກປະກອບສ່ວນໃຫ້ແກ່ປະເທດຊາດ ພ້ອມທັງລະດົມກໍາລັງໃຈພໍ່ແມ່ພີ່ນ້ອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ຈົ່ງສາມັກຄີກັນ ແລະ ສືບຕໍ່ສ້າງປະຊາຄົມໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ພ້ອມກັນອວຍໜ້າເມືອຫາບ້ານເກີດເມືອງນອນ.

        ເຂົ້າຮ່ວມການພົບປະດັ່ງກ່າວ, ທ່ານສາດສະດາຈານ, ປະລິນຍາເອກ ຈູຮວ່າງລອງ ເຊິ່ງເປັນອາຈານຂັ້ນສູງ ສັງກັດມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ (ANU) ມີຂໍ້ສະເໜີຢາກປະກອບສ່ວນດ້ານພູມປັນຍາໃຫ້ແກ່ປະເທດຊາດ ວ່າ:

        “ພວກເຮົາອາດຈະເຊີນບັນດານັກວິທະຍາສາດທີ່ມີລະດັບສາກົນເຂົ້າຮ່ວມການປະກອບຄໍາເຫັນໃຫ້ແກ່ພາລະກິດແຫ່ງການພັດທະນາເສດຖະກິດຂອງຫວຽດນາມ, ພັດທະນາເສດຖະກິດ ແລະ ສັງຄົມ. ທີສອງແມ່ນ ພວກເຮົາຕ້ອງໂຄສະນາພາບພົດຂອງ ຫວຽດນາມ ໃຫ້ອອກສູ່ໂລກພາຍນອກ ດ້ວຍການເພີ່ມທະວີການຈັດຕັ້ງກອງປະຊຸມສໍາມະນາ, ກອງປະຊຸມຕ່າງໆ ເພື່ອເຜີຍແຜ່ແຜນນະໂຍບາຍຂອງລັດ. ບັນດານັກການເມືອງ ກໍຄືນັກຮຽນຮູ້ອົດສະຕາລີ ກໍມີຄວາມສົນໃຈຫຼາຍຢ່າງຕໍ່ຫວຽດນາມ ແຕ່ເຂົາເຈົ້າອາດຈະຂາດຂໍ້ມູນກ່ຽວກັບຫວຽດນາມ”.  

ຫວຽດງາ - ນັກຂ່າວ VOV ປະຈໍາ ອົດສະຕາລີ

ຕອບກັບ

ຂ່າວ/ບົດ​ອື່ນ