ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ: ສືບຕໍ່ເພີ່ມທະວີຄຸນຄ່າປ່າຜະລິດໃນເນື້ອທີ່ກົມກອງ
(VOVWORLD) - ຕອນເຊົ້າວັນທີ 29 ມີນາ, ຢູ່ແຂວງບິ່ງດິ້ງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນ ແຂວງບິ່ງດິ້ງ ຈັດຕັ້ງກອງປະຊຸມຄະນະຊີ້ນຳແຫ່ງລັດ ກ່ຽວກັບ ໂຄງການເປົ້າໝາຍພັດທະນາປ່າໄມ້ແບບຍືນຍົງ ໄລຍະ ປີ 2016-2020
ກອງປະຊຸມຄະນະຊີ້ນຳແຫ່ງລັດ ກ່ຽວກັບ ໂຄງການເປົ້າໝາຍພັດທະນາປ່າໄມ້ແບບຍືນຍົງ ໄລຍະ ປີ 2016-2020 |
ເພື່ອແນໃສ່ຕີລາຄາໝາກຜົນແຫ່ງການປະຕິບັດໃນປີ 2018 ແລະ ແຜນການຜັນຂະຫຍາຍປີ 2019 ຂອງໂຄງການເປົ້າໝາຍພັດທະນາປ່າໄມ້ແບບຍືນຍົງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ສະເໜີວ່າ ໃນໄລຍະທີ່ຈະມາເຖິງ, ບັນດາກະຊວງ, ຂະແໜງການທ້ອງຖິ່ນ ຕ້ອງສືບຕໍ່ປະຕິບັດແຜນນະໂຍບາຍປິດປະຕູປ່າ ຂອງທ່ານນາຍົກລັດຖະມົນຕີໃຫ້ ເຂັ້ມງວດ, ບໍ່ຂຸດຄົ້ນໄມ້ປ່າທຳມະຊາດ; ຊີ້ນຳບັນດາກົມກອງຜັນຂະຫຍາຍບັນດາມາດຕະການຢ່າງຂ້ຽວຂາດ, ຄົບຊຸດ ເພື່ອແນໃສ່ຍົກສູງສະມັດຕະພາບ, ຄຸນນະພາບ ແລະ ເສີມຂະຫຍາຍຄຸນຄ່າຂອງປ່າແຕ່ລະປະເພດ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ກ່າວວ່າ
ຂ້າພະເຈົ້າສະເໜີໃຫ້ບັນດາກະຊວງ, ຂະແໜງການຂັ້ນສູນກາງ, ບັນດາສະມາຊິກຄະນະຊີ້ນຳ ສຸມໃສ່ຄຸ້ມຄອງຢ່າງແໜ້ນແຟ້ນ ກ່ຽວກັບເລື່ອງຫັນປ່ຽນເປົ້າໝາຍການນຳໃຊ້ປ່າໄປສູ່ເປົ້າໝາຍອື່ນ. ພວກເຮົາບໍ່ຕ້ອງຫັນປ່ຽນເປົ້າໝາຍການນຳໃຊ້ປ່າ, ແຕ່ປ່າແມ່ນເປົ້າໝາຍເພື່ອຮັບໃຊ້ມະນຸດສ້າງສະພາບແວດລ້ອມທີ່ດີ ແລະ ສົມທົບກັບການພັດທະນາເສດຖະກິດເພື່ອຜົນປະໂຫຍດຂອງມະນຸດ ແລະ ປະຊາຊົນ.