ທ່ານຮອງປະທານສະພາແຫ່ງຊາດຫວຽດນາມອວງຈູລືວຕ້ອນຮັບຄະນະຜູ້ແທນສະຫະສະມາຄົມປະຊາຊົນຈີນເພື່ອສັນຕິພາບ
ທ່ານອວງຈູລືວ ແລະ ດຣ ທາວທາວ
ພາບ:TTXVN
|
(vovworld)- ຕອນບ່າຍວັນທີ 22/10 ຢູ່ສຳນັກງານປະທານສະພາແຫ່ງຊາດ, ທ່ານອວງຈູລືວ, ຮອງປະທານສະພາແຫ່ງຊາດ, ປະທານຄະນະກຳມະການສັນຕິພາບ ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນສະຫະສະມາຄົມປະຊາຊົນຈີນເພື່ອສັນຕິພາບ ແລະ ຫລຸດຜ່ອນກຳລັງອາວຸດ ໂດຍ ດຣ ທາວທາວຮອງເລຂາທິການໃຫຍ່ນຳຫນ້າ ພວມຢ້ຽມຢາມແລະເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ສະແດງຄວາມປາດຖະຫນາວ່າ ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຄະນະກຳມະການສັນຕິພາບຫວຽດນາມ ແລະ ສະຫະສະມາຄົມປະຊາຊົນຈີນເພື່ອສັນຕິພາບ ແລະ ຫລຸດຜ່ອນກຳລັງ,ອາວຸດການທະຫານ ຈະພັດທະນາຢ່າງຈົບງາມ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນບ້ານໃກ້ເຮືອນຄຽງ, ມິດຕະພາບລະຫວ່າງປະຊາຊົນສອງປະເທດ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ຢືນຢັນ: ຫວຽດນາມ ປາດຖະຫນາພ້ອມກັບຈີນ ປັບປຸງ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງບໍ່ຢຸດຢັ້ງ ແລະ ພັດທະນາຢ່າງຈົບງາມ, ໝັ້ນຄົງ ຍາວນານ. ກ່ຽວກັບບັນຫາບົນທະເລ, ບັນດາຄວາມບໍ່ລົງລອຍກັນ ແລະ ຄວາມຂັດແຍ້ງບົນທະເລຕ້ອງໄດ້ຮັບການເຈລະຈາ, ແກ້ໄຂໂດຍສັນຕິວິທີ ບົນພື້ນຖານເຄົາລົບ ແລະ ປະຕິບັດຕາມກົດໝາຍສາກົນ, ຕາມຂໍ້ຕົກລົງຂອງການນຳຂັ້ນສູງສອງພັກ, ສອງລັດທີ່ໄດ້ລົງນາມ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ສະແດງຄວາມປາດຖະຫນາວ່າ ດ້ວຍພາລະກຳຮັກສາສັນຕິພາບ, ຄະນະກຳມະການສັນຕິພາບຫວຽດນາມ ແລະ ສະຫະສະມາຄົມປະຊາຊົນຈີນເພື່ອສັນຕິພາບ ແລະ ຫລຸດຜ່ອນກຳລັງອາວຸດ ຈີນ ຈະເສີມຂະຫຍາຍບົດບາດຕັ້ງຫນ້າໃນການປະກອບສ່ວນເພີ່ມທະວີການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
ເນື່ອງໃນໂອກາດນີ້, ຄະນະກຳມະການສັນຕິພາບຫວຽດນາມ ແລະ ສະຫະສະມາຄົມປະຊາຊົນຈີນເພື່ອສັນຕິພາບ ແລະ ຫລຸດຜ່ອນກຳລັງອາວຸດ ໄດ້ດຳເນີນການເຈລະຈາກ່ຽວກັບການປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງປະເທດ.