ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ Le Luong Minh ຕອບສຳພາດຕໍ່ນັກຂ່າວ

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ Le Luong Minh ຕອບສຳພາດຕໍ່ນັກຂ່າວ - ảnh 1
 ທ່ານ Le Luong Minh ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ
ພາບ: internet


(vovworld) -  ຄື​ດັ່ງ​​​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ,​ ທີ່​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 21 ຫາ​ກໍ​ອັດ​ລົງ​ຢູ່​ນະຄອນຫລວງ ພະນົມ​ເປັນ ປະ​ເທດ ກຳປູ​ເຈຍ, ບັນດາ​ການ​ນຳ​ຂັ້ນ​ສູງ ອາ​ຊຽນ ​ໄດ້​ແຕ່ງ​ຕັ້ງທ່າ​ນ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ Le Luong Minh ​ ເປັນ​ເລ​ຂາ​ທິການ​ໃຫຍ່ ອາ​ຊຽນ ອາຍຸ​ການ 2013 - 2017 ຢ່າງ​ເປັນ​ທາງ​ການ. ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ພາຍ​ໃນ ​ແລະ ຕ່າງປະ​ເທດ ພາຍ​ຫລັງ​ອັດ​ກອງ​ປະຊຸມ, ທ່ານ Le Luong Minh ​ໄດ້​ຢືນຢັນ​ ຈະ​​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ໃນ​ຖານະ​ໃຫມ່. ເພື່ອ​ປະຕິບັດ​ຫນ້າ​ທີ່​ຊື່​ງ ອາ​ຊຽນ ​ໄດ້​ວາງ​ອອກ, ທ່ານ Le Luong Minh ຖື​ວ່າ:

        “​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ຫນ້າ​ທີ່​ວາງອອກໃຫ້ສຳເລັດ, ອາ​ຊຽນ ຄວນ​ສ້າງສະ​ພາບ​​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ​. ທ່ານ​ເລຂາທິການ​ໃຫຍ່​ ອາ​ຊຽນຕ້ອງ​ມີ​ຄວາມເອົາ​ໃຈໃສ່​ຊຸກຍູ້​ການປະຕິບັດບັນດາ​ມາດຖານ​ກ່ຽວ​ກັບ​ການ​ປະ​ພຶດ​ໃນ​ພາກ​ພື້ນ​ທີ່ເກີດການ​ຜັນ​ແປ່ຢ່າງ​ສັບສົນ​​, ກ່ຽວຂ້ອງ​​ເຖິງ​ການ​ພິພາດ​ອະທິ​ປະ​ໄຕ​​ທະ​ເລ ​ແລະ ໝູ່​ເກາະຢູ່​ທະ​ເລ​ຕາ​ເວັນ​ອອກ​​ແມ່ນຕ້ອງ​ຮັບປະກັນ​ຄວາມ​ເຄົາລົບ​ໃນ​ການ​ປະຕິ​ບັດ​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ກໍຄືສ້າງຂໍ້​ກຳນົດ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ. ​ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ລົບ​ລ້າງ​​ໄພ​ກໍ່​ໃຫ້​ເກີດສະພາບ​ຂາດ​ຄວາມ​ສະຖຽນ​ລະ​ພາບ ນັ້ນແມ່ນວຽກ​ງານ​ສຳຄັນ​ຕ້ອງ​ຮັບປະກັນ​ປະຕິບັດ​ສົນທິສັນຍາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ​ໃຫ້ປອດ​ອາວຸດ​ນິວ​ເຄຼຍ.”

 

ຂ່າວ/ບົດ​ອື່ນ