ທ່ານເລຂາທິການໃຫຍ່ສປຊໂອ້ລົມທາງໂທລະສັບກັບບັນດາການນຳເອີລົບກ່ຽວກັບບັນຫາຊາວອົບພະຍົບ

ທ່ານເລຂາທິການໃຫຍ່ສປຊໂອ້ລົມທາງໂທລະສັບກັບບັນດາການນຳເອີລົບກ່ຽວກັບບັນຫາຊາວອົບພະຍົບ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki Moon
ພາບ:baophapluat

(vovworld)-  ​ວັນ​ທີ 8/9, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki Moon ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ ການ​ນຳ​ເອີ​ລົບ​ ຈຳ​ນວນ​ຫນຶ່ງ ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ຫນູນ​ຊ່ວຍ, ແກ້​ໄຂ​ບັນ​ຫາ​ຊາວ​ອົບ​ພະ​ຍົບ​ພວມ​ພາ​ກັນ​ເດີນ​ທາງ​ເຖິງ ເອີ​ລົບ ນັບ​ມື້​ນັບ​ຫລາຍ. ໃນ​ການ​ໂອ້​ລົມ, ທ່ານ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຖື​ວ່າ: ບັນ​ດາ​ປະ​ເທດ​ສະ​ຫະ​ພາບ​ເອີ​ລົບ ຄວນ​ປະ​ຕິ​ບັດ​ບັນ​ດາ​ຄວາມ​ຮັບ​ຜິດ​ຊອບ ແລະ ມາດ​ຖານ ຊ​ຶ່ງ​ເຂົາ​ເຈົ້າ​ວາງ​ອອກ.  ທ່ານ Ban ki moon ຮຽ​ກ​ຮ້ອງ​ບັນ​ດາ​ການ​ນຳ ເອີ​ລົບ ຈົ່ງ​ຮັບ​ຟັງ​ຄຳ​ເຫັນ​ຂອງ​ຊາວ​ອົບ​ພະ​ຍົບ ເພື່ອ​ຊອກ​ຫາ​ວິ​ທີ​ສຳ​ພັດ​ຢ່າງວ່ອງ​ໄວ ແນ​ໃສ່​ແກ້​ໄຂ​ບັນ​ດາ​ຄວາມ​ຕ້ອງ​ການທີ່​ຈຳ​ເປັນ​ຂອງ​ເຂົາ​ເຈົ້າ.

 

 

 

 

ຂ່າວ/ບົດ​ອື່ນ