ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ້ຈ້ອງ ຖະຫວາຍທູບທຽນບູຊາອາໄລຫາປະທານ ໂຮ່ຈິມິນ |
(vovworld)- ຕອນເຊົ້າວັນທີ 11/2, ກົງກັບວັນທີ 4 ຂອງບຸນເຕັດ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໄປຖະຫວາຍທູບທຽນບູຊາອາໄລຫາປະທານ ໂຮ່ຈິມິນ ແລະ ປູກຕົ້ນໄມ້ເປັນທີ່ລະນຶກຢູ່ເຂດອະນຸສອນສະຖານປະທານ ໂຮ່ຈິມິນ ຢູ່ດ້າຈົງ, ບາວີ່, ຮ່າໂນ້ຍ. ເມື່ອໂອ້ລົມກັບພະນັກງານ, ກຳມະກອນ, ພາລະກອນ, ນັກຮົບພວມເຮັດວຽກຢູ່ ເຂດອະນຸສອນສະຖານປະທານ ໂຮ່ຈິມິນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ້ຈ້ອງ ເນັ້ນໜັກວ່າ ນີ້ແມ່ນເຂດປູຊະນີຍະສະຖານປະຫວັດສາດ, ວັດທະນະທຳ, ປະຕິວັດ ມີຄວາມໝາຍທີ່ສັກກະລະບູຊາສຳລັບຊາວຫວຽດນາມ ແລະ ເພື່ອນມິດສາກົນ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ້ຈ້ອງ ສະເໜີບັນດາພະນັກງານ, ກຳມະກອນ, ພາລະກອນ, ນັກຮົບພວມເຮັດວຽກຢູ່ ເຂດອະນຸສອນສະຖານປະທານ ໂຮ່ຈິມິນ ຕ້ອງຝຶກຝົນຫຼໍ່ຫຼອມເປັນປະຈຳ, ເຊື່ອມຊຶມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈິມິນ, ຈາກນັ້ນ ກໍຖ່າຍທອດໃຫ້ປະຊາຊົນເມື່ອມາຢ້ຽມຊົມ ທັດສະນະສຶກສາຢູ່ນີ້ ເພື່ອໃຫ້ເຂດນີ້ກາຍເປັນບ່ອນສຶກສາອົບຮົມມູນເຊື້ອຮັກຊາດໃຫ້ແກ່ປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນໄວໜຸ່ມ.