ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ເພີ່ມ​ປະ​ລິ​ມານ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຂຶ້ນ​ທົບ​ສອງ​ເທົ່າ

(VOVWORLD) -ວັນທີ 12 ພຶດສະພາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ເພີ່ມປະລິມານວັກຊິນກັນພະຍາດໂຄວິດ - 19 ໃນທົ່ວໂລກຂຶ້ນທົບສອງເທົ່າ ກໍຄືການຈຳໜ່າຍວັກຊິນຢ່າງຍຸຕິທຳກວ່າ ຢູ່ບັນດາປະເທດພວມພັດທະນາ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ເພີ່ມ​ປະ​ລິ​ມານ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຂຶ້ນ​ທົບ​ສອງ​ເທົ່າ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: TTXVN)

ຕາມທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລ້ວ, ຫຼາຍປະເທດພວມຕ້ອງປະເຊີນໜ້າກັບສະພາບການຂາດແຄນວັກຊິນ, ພິເສດແມ່ນ ອິນເດຍ ເຊິ່ງເປັນປະເທດທີ່ພວມປະເຊີນໜ້າກັບການແຜ່ລະບາດຮອບທີ 2 ອັນໄດ້ເຮັດໃຫ້ໂຮງໝໍ ກໍຄື ໂຮງເຢັນແຫ່ງຕ່າງໆເກີນຄວາມສາມາດບັນລຸ. ໃນຂະນະນັ້ນ, ສະຫະພາບເອີຣົບ ກໍ່ກຳລັງເກັບສະສົມເຫຼືອວັກຊິນເຫຼືອ. ທ່ານ Antonio Guterres ກໍໄດ້ເຕື້ອງເຖິງຄວາມສ່ຽງຈາກໄວຣັດສາຍພັນໃໝ່, ພ້ອມທັງຮຽກຮ້ອງໃຫ້ ເພີ່ມປະລິມານຈຳໜ່າຍວັກຊິນກັນພະຍາດໂຄວິດ - 19 ໃນທົ່ວໂລກຂຶ້ນທົບສອງເທົ່າ ແລະ ຈຳໜ່າຍວັກຊິນຢ່າງຍຸຕິທຳກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ