ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໄດ້​ສົ່ງ​ສານ​ຮຳ​ບາດ​ແຜ​ໃນ​ປີ 2021

(VOVWORLD) -“ພວກເຮົາຈົ່ງພ້ອມກັນສ້າງສັນຕິພາບ ລະຫວ່າງ ພວກເຮົາ ແລະ ກັບທຳມະຊາດ, ແກ້ໄຂວິກິດການຂອງດິນຟ້າອາກາດ, ສະກັດກັ້ນການແຜ່ລາມຂອງໂລກລະບາດໂຄວິດ - 19 ແລະ ເຮັດໃຫ້ປີ 2021 ກາຍເປັນປີແຫ່ງການຮ່ຳບາດແຜ”.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໄດ້​ສົ່ງ​ສານ​ຮຳ​ບາດ​ແຜ​ໃນ​ປີ 2021 - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ:AP)

ໃນສານຕ້ອນຮັບປີໃໝ່ ທີ່ໄດ້ປະກາດໃນວັນທີ 29 ທັນວາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ໂລກ ຈົ່ງເຮັດໃຫ້ປີ 2021 ກາຍເປັນ “ປີແຫ່ງການຮໍາບາດແຜ”. ຜູ້ນຳໜ້າ ສປຊ ແບ່ງປັນວ່າ: “ພວກເຮົາຈົ່ງພ້ອມກັນສ້າງສັນຕິພາບ ລະຫວ່າງ ພວກເຮົາ ແລະ ກັບທຳມະຊາດ, ແກ້ໄຂວິກິດການຂອງດິນຟ້າອາກາດ, ສະກັດກັ້ນການແຜ່ລາມຂອງໂລກລະບາດໂຄວິດ - 19 ແລະ ເຮັດໃຫ້ປີ 2021 ກາຍເປັນປີແຫ່ງການຮ່ຳບາດແຜ”. ທ່ານກໍຊີ້ແຈ້ງວ່າ ບັນດາເນື້ອໃນນີ້ ຈະຕ້ອງແມ່ນມະຕິຂອງປີ 2021.

        ທ່ານເລຂາທິການໃຫຍ່ ສປຊ Antonio Guterres ເນັ້ນໜັກວ່າ ຖ້າຫາກພວກເຮົາພ້ອມກັນສາມັກຄີ ແລະ ມີຄວາມເປັນເອກະພາບ, ຄວາມຫວັງເຫຼົ່ານັ້ນ ຈະແຜ່ຂະຫຍາຍໄປທົ່ວໂລກ; ທ່ານກໍຢັ້ງຢືນວ່າ ການປ່ຽນແປງຂອງດິນຟ້າອາກາດ ແລະ ໂລກລະບາດໂຄວິດ - 19 ລ້ວນແຕ່ແມ່ນວິກິດການ ສາມາດແກ້ໄຂໄດ້ ມີພຽງແຕ່ວິທີດຽວ ນັ້ນແມ່ນທຸກປະເທດຕ້ອງຮ່ວມແຮງຮ່ວມໃຈ ແລະ ເປັນຈິດໜຶ່ງໃຈດຽວກັນ. ພ້ອມກັນນັ້ນ, ທ່ານກໍຍົກໃຫ້ເຫັນຢ່າງຈະແຈ້ງຄວາມມັກໃຫຍ່ໄຝ່ສູງຂອງອົງການຈັດຕັ້ງຫຼາຍຝ່າຍນີ້ໃນປີ 2021 ແມ່ນ ສ້າງໃຫ້ເປັນພັນທະພາບທົ່ວໂລກກ່ຽວກັບການຈາວກັນກັບ ອາຍ ກາກບອນໃນປີ 2050.

ຕອບກັບ

ຂ່າວ/ບົດ​ອື່ນ