ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຈລະຈາທາງໂທລະສັບກັບທ່ານເລຂາທີໜຶ່ງພັກກອມມູນິດກຸຍບາ

(VOVWORLD) -ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບບັນດາມາດຕະການເພື່ອແນໃສ່ຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 2 ພັກ, 2 ລັດໃນໄລຍະຈະມາເຖິງ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຈລະຈາທາງໂທລະສັບກັບທ່ານເລຂາທີໜຶ່ງພັກກອມມູນິດກຸຍບາ - ảnh 1ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ
(ພາບ: TTXVN)

ຕອນຄ່ຳວັນທີ 27 ກໍລະກົດ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ມີການເຈລະຈາທາງໂທລະສັບກັບທ່ານ Miguel Díaz-Canel Bermudez, ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກຸຍບາ, ປະທານປະເທດແຫ່ງສ.ກຸຍບາ.

ໃນການເຈລະຈາ, ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບບັນດາມາດຕະການເພື່ອແນໃສ່ຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 2 ພັກ, 2 ລັດໃນໄລຍະຈະມາເຖິງ; ເນັ້ນໜັກເຖິງການເພີ່ມທະວີການແລກປ່ຽນຂັ້ນສູງເພື່ອກຳນົດທິດຍຸດທະສາດ, ແບ່ງປັນບົດຮຽນໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມຢ່າງມີປະສິດທິຜົນ ພ້ອມທັງຄົ້ນຄວ້າບັນດາຂົງເຂດໃໝ່ເຊິ່ງ 2 ຝ່າຍມີທ່າແຮງ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ຫວຽດນາມ ສືບຕໍ່ຮ່ວມເດີນທາງພ້ອມກັບ ກຸຍບາ ໃນວິວັດການອັບເດດຮູບແບບເສດຖະກິດ-ສັງຄົມ ສັງຄົມນິຍົມ; ທ່ານເນັ້ນໜັກວ່າ ຫວຽດນາມ ຈະສືບຕໍ່ໜູນຊ່ວຍຄວາມມານະພະຍາຍາມຂອງ ກຸຍບາ ໃນການຮັບປະກັນຄວາມປອດໄພດ້ານສະບຽງອາຫານ ຜ່ານການສະໜອງເຂົ້າສານເປັນປົກກະຕິ ແລະ ບັນດາໂຄງການພັດທະນາອື່ນໆ.

ສ່ວນທ່ານປະທານປະເທດ ກຸຍບາ Miguel Díaz-Canel Bermudez ເນັ້ນໜັກວ່າ  ກຸຍບາ ກຽມພ້ອມ ແລະ ໃຫ້ບຸລິມະສິດຮ່ວມມືກັບ ຫວຽດນາມ ໃນການຕ້ານໂລກລະບາດ, ໃນນັ້ນມີການສະໜອງ ແລະ ຖ່າຍທອດເຕັກໂນໂລຊີຜະລິດວັກຊິນກັນໂຄວິດ- 19 ໃຫ້ແກ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ