ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ພົບປະກັບຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ກຳມະບານກອງທັບ

ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ພົບປະກັບຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ກຳມະບານກອງທັບ - ảnh 1
(ທ່ານ​ເລຂາທິການ​​ໃຫຍ່​ ຫງວຽນ​ຟຸ໋ຈ້ອງ​ຕ້ອນຮັບ​ບັນດາ​ຜູ້​ແທນ​
ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ກຳມະບານ​ກອງທັບ​ຄັ້ງ​ທີ 8)


(vovworld) -  ຕອນ​ບ່າຍ​ວັນ​ທີ 13/05, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ, ​ເລຂາ​ຄະນະ​ພັກ​ການ​ທະຫານສູນ​ກາງ, ​ໄດ້​ໃຫ້ການ​ຕ້ອນຮັບ​ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ກຳມະບານ​ກອງທັບ​ຄັ້ງ​ທີ 8 ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ. ທີ່​ການ​ພົບ​ປະ, ທ່ານ​ເລຂາທິຫານ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​ໄດ້​ຫວນ​ຄືນ​ບົດບາດ​ຂອງ​ກຳລັງ​ກອງທັບ ​ແມ່ນກຳລັງສູ້ຮົບ, ​ກຳລັງປະຕິບັດວຽກ​ງານ ​ແລະ ທຳ​ການຜະລິດ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ຊີ້​ແຈ້ງວ່າ.

        “ກອງ​ປະຊຸມ​ໃຫຍ່​ກຳມະບານ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ ຍ້ອນ​ພວກ​ເຮົາ​ພວມ​ຜັນ​ຂະຫຍາຍ​ແນວທາງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ ​ແລະ ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ກອງທັບ​ຄັ້ງ​ທີ 9, ປະຕິບັດ​ມະຕິ​ເລກທີ 20 ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ຊັ້ນ​ກຳມະກອນ​ໃນ​ໄລຍະ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ປະ​ເທດ​ຊາດ​ພວມ​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງໜ້າ, ດີງາມ ​ແຕ່ພວມ​ຢືນ​ຢູ່​ຕໍ່ໜ້າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ນາໆປະການ. ກຳລັງ​ກຳມະບານ​ໃນ​ກອງທັບ​ມີ​ທີ່​ຕັ້ງ, ບົດບາດ​ສຳຄັນ​ຍິ່ງ. ກອງທັບ ​ແມ່ນ​ກອງທັບ​ວິລະ​ຊົນ​ຂອງ​ປະຊາຊົນຫວຽດນາມ ວິລະ​ຊົນ, ​ແມ່ນກຳລັງ​ຫຼັກ​ແຫຼ່ງ​ເພື່ອ​ປົກ​ປັກ​ຮັກສາ, ສ້າງສາ​ປະ​ເທດ​ຊາດ. ​ເຊິ່ງກຳມະບານ​ແມ່ນ​ກຳລັງ​ການ​ເມືອງ​ພື້ນຖານ​ຂອງ​ພັກ”.

        ທ່ານ​ເລຂາທິການ​ໃຫຍ່​ປາດ​ຖະໜາ​ວ່າ ພາຍຫຼັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່,​ ບັນດາ​ຜູ້​ແທນຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ແບບຢ່າງ, ​ແມ່ນ​ແກ່ນສານ​ໃນ​ບັນດາ​ຂະ​ບວນການ​ແຂ່ງ​ຂັ້ນ​ຮັກສາ​ດ, ​ໂຄສະນາ ​ແລະ ນຳ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ກຳມະບານ​ກອງທັບ ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ກອງທັບ​ຄັ້ງ​ທີ 9 ​ເຂົ້າ​ໃນ​ຊີວິດ, ປຸກລະດົມ​ພະນັກງານ, ກຳມະກອນ, ພາລະ​ກອນ​​ປ້ອງ​ກັນຊາ​ດທົ່ວ​ກອງທັບ ປະກອບ​ເຫື່ອ​ແຮງ​​ເພື່ອ​ພ້ອມ​ກັບ​ທົ່ວ​ປະ​ເທດ​ຜ່ານ​ຜ່າຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ໃນ​ວິວັດ​ການ​ສ້າງສາ​ປະ​ເທດ​ຊາດ ​ແລະ ປົກ​ປ້ອງ​ບັນດາໝາກຜົນ​ແຫ່ງ​ການ​ປະຕິວັດ.

ຂ່າວ/ບົດ​ອື່ນ