ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ດົງທ໋າບ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ດົງທ໋າບ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ
ເຮັດ​ວຽກ​ຢູ່​ແຂວງ ດົງ​ທ໋າ​ບ
(ພາບ: dongthap.gov.vn)


(vovworld) -        ​ໃນວັນ​ທີ 24 – 25/11, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ດົງ​ທ໋າບ. ຕອນ​ເຊົ້າ​ວັນ​ທີ 25/11, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ດົງ​ທ໋າບ ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ສັງຄົມ ​ແລະ ວຽກ​ງານ​ກໍ່ສ້າງ​ພັກ. ທ່ານ​ເລຂາທິການ​ໃຫຍ່​ໄດ້​ຍ້ອງຍໍ​ຊົມ​ເຊີຍບັນດາ​ຜົນງານ​ເຊິ່ງອົງຄະ​ນະ​ພັກ ​ແລະ ປະຊາຊົນ​​ແຂວງ​ດົງ​ທ໋າບ ບັນລຸ​ໄດ້​ໃນ 2 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ. ​ເລື່ອງ​ຜັນ​ຂະຫຍາຍ​ການ​ຕຳ​ນິຕິ​ຊົມຕົນ​ເອງ ​ແລະ ຕຳ​ນິ​ຕິ​ຊົມ​ກັນ​ຕາມ​ຈິດ​ໃຈ​ມະຕິ​ກອງ​ປະຊຸມສູນ​ກາງ​ຄັ້ງ​ທີ 4 (ຊຸດ​ທີ 11) ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ເຂັ້ມ​ງວດ, ຖືກ​ຕາມ​ການ​ຊີ້​ນຳ​ຂອງ​ສູນ​ກາງ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ.

        “ມະຕິ​ສູນ​ກາງພັກ​ທີ 4 ​ແມ່ນ​ການຕັກ​ເຕື່ອນ, ສະກັດ​ກັ້ນ​ປະກົດ​ການ​ຫຍໍ້​ທໍ້, ຖ້າ​ຫາກ​ໃຜ​ບໍ່​ປະຕິບັດ​​ແມ່ນ​ຕ້ອງ​ຖືກ​ປະຕິບັດ​ລະບຽບ​ວິ​ໄລ. ​ໃນ​ແຕ່ລະຄົນ​ມີ​ອັນ​ດີ, ອັນ​ບໍ່​ດີ ຍາມ​ໃດ​ກໍ​ຕໍ່ສູ້​ກັນ. ລັດທິ​ສ່ວນ​ບຸກຄົນ​ແມ່ນ​​ເລິກ​ແລບ​ແຍບຍົນ ຄື​ດັ່ງ​ທີ່​ປະທານ​ໂຮ່ຈິ​ມິນ ​ໄດ້​ເວົ້າ​ວ່າ, ມັນ​ດຶງ​ພວກ​ເຮົາ​ຄ້ອຍລົງ​ໄປ​ຢ່າງ​ໄວ, ມັນ​ປິດ​ຫູ, ປິກ​ຕາ ບໍ່​ໃຫ້​ເຮົາ​ເຫັນ​ຈຸດ​ອ່ອນຂອງ​ຕົນ. ​ເພາະສະ​ນັ້ນ, ລັດທິ​ສ່ວນ​ບຸກຄົນ​ແມ່ນ​ໂທດ​ກຳ, ​ແມ່ນສັດຕູ​ພາຍ​ໃນ​. ພວກ​ເຮົາ​ຕ້ອງ​ເຂົ້າ​ໃຈແຈ້ງ​ຈຸດ​ນີ້, ຕ້ອງ​ປະຕິບັດ​ຢ່າງ​ດັດ​ດຽວ, ສະຫຼາດສະຫຼຽວ. ຕ້ອງ​ຮັບປະກັນສະຖຽນລະ​ພາບ​ເພື່ອພັດທະນາ​ກ້າວ​ຂຶ້ນ”.

        ທ່ານ​ເລຂາທິການ​ໃຫຍ່​ກໍ​ສະ​ເໜີ​ໃຫ້​ທາງ​ແຂວງ​ສືບ​ຕໍ່​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນຫາ​ທາງ​ຄົມມະນາຄົມ ​ແລະ ຊົນລະ​ປະທານ ​ເພື່ອ​​ເໝາະ​ສົມ​ກັບ​ການ​ຜະລິດຂອບ​ຂະໜາດ​ໃຫຍ່, ຫັນອຸດສາຫະກຳ, ກະສິກຳ​, ຊົນນະບົດ​ເປັນ​ທັນ​ສະ​ໄໝ; ວາງ​ອອກ​ກົນ​ໄກ, ​ແຜນ​ນະ​​ໂຍບາຍ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ​ກະສິກຳ ​ໃຫ​້​ແກ່​ພໍ່​ແມ່​ປະຊາຊົນຊາວ​ກະສິກອນ ​ແລະ ​ໃຫ້​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ; ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ມະຕິ, ກວດກາ​ນບັນດາ​ໂຄງການ​ຄືນ​ໃໝ່, ​ເລືອກ​ເຟັ້ນ​ບາງ​ຈຸດ​ສຸມ​ເພື່ອ​ສ້າງ​ການ​ຫັນປ່ຽນ​ໃນ​ທຸກ​ຂົງ​ເຂດ​ຢ່າງ​ຈະ​ແຈ້ງ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 24/11, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ ​ແລະ ປະຊາຊົນ​ຕາ​ແສງ ຟູ໋ຮ້ຽບ, ​ເມືອງ ຕາມ​ນົງ ກ່ຽວ​ກັບ​ການ​ພັດທະນາ​ກະສິກຳ, ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລ​ະ ວຽກ​ງານ​ກໍ່ສ້າງ​ພັກ.

ຂ່າວ/ບົດ​ອື່ນ