ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ລົງອວຍພອນປີໃໝ່ຢູ່ອົງການສຳນັກງານຕ່າງໆ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ລົງອວຍພອນປີໃໝ່ຢູ່ອົງການສຳນັກງານຕ່າງໆ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ລົງອວຍພອນປີໃໝ່ຢູ່ສຳນັກຂ່າວສນຫວຽດນາມ
(ພາບ: nguyenphutrong.vn)

ຕອນ​ເຊົ້າ​ວັນ​ທີ 18/1, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມູນິດ​ຫວຽດນາມ ຫງວຽນຟູ໋ຈ້ອງ ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ ​ແລະ ​ອວນ​ພອນ​ປີ​ໃໝ່ ພະນັກງານ, ພາລະ​ກອນຫ້ອງ​ວ່າການ​ສູນ​ກາງ​ພັກກອມ​ມູນິດ​ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ໄດ້​ຕີ​ລາຄາ​ສູງ​​ທີ່​ຕັ້ງ​ບົດບາດ ​ແລະ ໝາກຜົນ​ທີ່​ຫ້ອງ​ວ່າການ​ສູນ​ກາງ​ພັກບັນລຸ​ໄດ້​ໃນ​ວຽກ​ງານ, ​ເສ​ນາ​ທິການ​ຊ່ວວຽກ​ໃຫ້​ແກ່​ຄະນະ​ເລຂາສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະນະ​ເລຂາ, ສູນ​ກາງ​ພັກປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນງານ​ລວມຂອງ​ປະ​ເທດ​ຊາດ.

ກໍ່​ໃນ​ຕອນ​ເຊົ້າວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ພະນັກງານ, ນັກ​ຂ່າວ, ບັນນາທິການ ສຳນັກ​ຂ່າວສານ​ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ ຫວັງ​ວ່າ: ສຳນັກ​ຂ່າວສານ​ຫວຽດນາມຄວນ​ປ່ຽນ​ໃໝ່​ກ່ຽວ​ກັບ​ເນື້ອ​ໃນ ​ແລະ ຮູບ​ການ ຢ່າງ​ບໍ່​ຢຸດ​ຢັ້ງ, ສົມ​ເປັນ​ອົງການ​ມ່ວນ​ຊົນ​ແຖວ​ໜ້າ​ຂອງ​ຫວຽດນາມ. ທ່ານ​ກ່າວ​ວ່າ:

“​ປ່ຽນ​ໃໝ່​​ແມ່ນ​ບັນ​ຫາ​ເປັນຕາ​ຍ, ​ແມ່ນ​ກົດ​​ເກນຄົງ​ຕົວ, ພັດທະນາ. ​ແຕ່ການ​ປ່ຽນ​ໃໝ່​ຕ້ອງ​ເປັນ​ປົກກະຕິ, ພັດທະນາ ​ແລະ ບົນ​ຫຼັການ​ສື່ມ່ວນ​ຊົນແມ່ນ​ແນວ​ຮົບ​ແຫ່ງ​ການຕໍ່ສູ້​ປະຕິວັດ​ຂອງ​ພັກ ​ແລະ ລັດ. ສຳນັກ​ຂ່າວ​ສານ​ຫວຽດນາມ​ແມ່ນ​ອົງການ​ຖະ​ແຫຼ​ງຂ່າວ​ຍຸດ​ທະ​ສາດ, ​​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຈາກ​ພັກ, ລັດ. ສື່ມ່ວນ​ຊົນແມ່ນ​ເຫຼົ່າ​ທັບ​ໃນ​ແນວ​ຮົບ​ແນວ​ຄິດ, ​ແມ່ນ​ອາວຸດ​ທີ່​ແຫຼມ​ຄົມ​ຂອງ​ການ​ຕໍ່ສູ້ຊົນ​ຊາດ, ຕໍ່ສູ້​ຊົນ​ຊັ້ນ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ.”

ກໍ່​​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ໄປ​ອວຍພອນ​ປີ​ໃໝ່​ນັກ​ດົນຕີ ຟ້າ​ມດວຽນ, ສາດສະດາຈານ ຮ່ວາງ​ຕຸຍ ​ແລະ ນັກ​ກະວີ​ ຮື​ວຖິງ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ ຫວັງ​ວ່າ: ສ​າດສະ​ດາ​ຈານ, ນັກ​ປະພັນ, ນັກ​ກະວີ ​ໃນປີ​ໃໝ່​ຈະ​ມີ​ບົດ​ປະພັນ​ໃໝ່, ສືບ​ຕໍ່​​ປະກອບສ່ວນ​​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ