(vovworld) – ວັນທີ 22/8, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບັກນິງ, ເພື່ອກວດກາສະພາບການປະຕິບັດມະຕິສູນກາງທີ 4 ຊຸດທີ 11 “ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ“. ກ່າວຄວາມເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຍ້ອງຍໍ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງແຂວງບັກນິງ ໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ການດຶງດູດເງິນລົງທຶນຈາກຕ່າງປະເທດ… ດັ່ງນັ້ນປະຈຸບັນ, ລາຍຮັບສະເລ່ຍໃສ່ຫົວຄົນໃນແຂວງຈຶ່ງບັນລຸ 3600 ໂດລາສະຫະລັດ, ສູງທົບສອງເທົ່າ ເມື່ອທຽບໃສ່ລະດັບສະເລ່ຍລວມໃນທົ່ວປະເທດ. ທ່ານເລຂາທິການ ຫງວຽນຟູ໋ຈ້ອງ ຖືວ່ານີ້ແມ່ນບັນດາໝາກຜົນໃນເບື້ອງຕົ້ນທີ່ໜ້າຊື່ນຊົມ. ແຕ່ທ່ານຍັງໃສ່ໃຈທາງແຂວງວ່າ:
“ການຫັນເປັນອຸດສາຫະກຳ ໄປຄຽງຄູ່ກັບການຫັນເປັນຕົວເມືອງສີວິໄລ ແລະ ທັນສະໄໝ ແຕ່ຕ້ອງຮັກສາສີສັນວັດທະນະທຳຂອງທ້ອງຖີ່ນເສີມຂະຫຍາຍທ່າໄດ້ປຽບໃນການແກ່ງແຍ້ງ, ກໍ່ຄືຜົນສະທ້ອນຈາກອຸດສາຫະກຳເຖິງກະສີກຳ ແລະ ກໍ່ສ້າງຊົນນະບົດໃໝ່, ບັກນິງຕ້ອງຕິດພັນກັບນະຄອນຫຼວງຮ່າໂນ້ຍ. ພ້ອມກັບການພັດທະນາອຸດສາຫະກຳແມ່ນຕ້ອງພັດທະນາກະສີກຳ ດ້ວຍລະດັບສູງ, ຄຸນນະພາບສູງ“.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ພວກຫຼານ ແລະ ຄູສອນໃນໂຮງຮຽນອະນຸບານ ເຟືອງແອງ, ນະຄອນ ບັກນິງ. ນີ້ແມ່ນໜຶ່ງໃນບັນດາຮູບແບບສຶກສາອະນຸບານຄຸນນະພາບສູງຕາມທິດຫັນເປັນສັງຄົມ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ລົງຢ້ຽມຢາມບໍລິສັດ, ກຸ່ມບໍລິສັດເສດຖະກິດບາງແຫ່ງໃນບໍລິເວນແຂວງ ບັກນິງ.