ທ່ານເລຂາທິການໃຫຍ່ Nguyen Phu trong ເຮັດວຽກັບກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ

ທ່ານເລຂາທິການໃຫຍ່ Nguyen Phu trong ເຮັດວຽກັບກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ Nguyen Phu Trong ເຮັດ​ວຽກກັບ
​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ


( vovworld ) – ​​​ຕອນ​ເຊົ້າ​ວັນ​ທີ 27/3, ທີ່​ການ​ເຮັດ​ວຽກກັບ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ ກ່ຽວ​ກັບ​ສະພາບວຽກງານ​ພັກ, ວຽກງານ​​ການ​ເມືອງ​ໃນ​ກອງທັບ​ ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກມາ​ຮອດ​ປະຈຸ​ບັນ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ປາດ​ຖະໜາ​ວ່າ ກອງທັບ​ຫວຽ​ດນາມ ຈະ​ສືບ​ຕໍ່ມີ​ສະຕິ​ຄວາມ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ, ​ເລິກ​ເຊິ່ງ​ກວ່າ​ອີກ​ໃນບົດບາດ​​ວຽກ​ງານ​​ພັກ, ວຽກ​ງານ​ການ​ເມືອງ, ບໍ່​ພຽງ​ແຕ່​ຢູ່​ໃນ​ກອງທັບ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່ໃນ​ທົ່ວ​ລະບົບ​ການ​ເມືອງ​ໃນ​ສັງຄົມ​ອີ​ກດ້ອຍ; ພ້ອມ​ກັນ​ນັ້ນ​ສືບ​ຕໍ່​​ເອົາ​ໃຈ​ໃສ່​ເຖິງວ​ຽກງານ​ມະນຸດ ​ແລະ ວຽກ​ງານ​ການຈັດ​ຕັ້ງ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ໄດ້​​ເນັ້ນ​ໜັກ​ວ່າ.

“ ວຽກງ​ານພັກ​ໃນ​ກອງທັບ​ແມ່ນ​ດີ​ແລ້ວ ​ແຕ່​ຍັງ​ຕ້ອງ​ສືບ​ຕໍ່​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກວ່າ​ອີກ ​ແລະ ສະຫງວນເວລາ, ​ເຫື່ອ​ແຮງ, ພູນ​ປັນຍາ​​ໃຫ້​ແກ່​ວຽກ​ງານ​ສ້າງ​ມະນຸດ, ກໍ່ສ້າງ​ອົງການຈັດ​ຕັ້ງ, ໝາຍ​ຄວາມ​ວ່າກໍ່ສ້າງ​ພັກ​ລວມທັງ​ດ້ານ​ແນວ​ຄິດ, ການ​ເມືອງ, ຄຸນສົມບັດ, ວິຖີ​ຊີວິດ ສະຕິ​ການຈັດ​ຕັ້ງ​ລະບຽບ​ວິ​ໄນ. ພວກ​ເຮົາ​ຄວນປະຕິບັດ​ວຽກ​ງານ​ການ​ເມືອງ, ວຽກ​ງານ​ພັກ​ໃນ​ຂະ​ແໜງ​ເປັນ​ຢ່າງ​ດີ. ມື້​ນີ້, ຂ້າພະ​ເຂົ້າ​ຢາກ​ເນັ້ນ​ໜັກ​ກັບ​ບັນດາ​ສະຫາຍ​​ຈົ່ງເສີມ​ຂະຫຍາຍ​ບົດບາດ​ໃນ​ທົ່ວ​ສັງຄົມຫຼາຍ​ກວ່າ​ອີກ, ​ໃນ​ທົ່ວ​ສັງຄົມ, ​ໃນ​ໝູ່ປະຊາຊົນ, ອົງອາດ​ກ້າ​ແກ່ນ, ຍືດໝັ້ນ​ຫຼັກ​ໝັ້ນ​ແມ່ນ​ກຳລັງ​ແຮງ​ຢ່າງ​ມະຫາສານເພື່ອ​ປົກ​ປັກ​ຮັກສາ​ລະບອບ, ປົກ​ປັກຮັກສາ​ປະ​ເທດ​ຊາດ, ຕ້ອງຕໍ່​ສູ້​ຢ່າງ​ແຮງ​ເພື່ອ​ຮັກສາ​ແນວທາງ, ທັດສະນະ​ຂອງ​ພັກ, ​ເດັດ​ດຽວ​ຈົງ​ຮັກ​ພັກດີ​ຕໍ່​ພັກ ​ແລະ ປະຕິ​ເສດ​ບັນດາ​ທັດສະນະ​ທີ່​ຜິດ​ພາດ.”

ຂ່າວ/ບົດ​ອື່ນ