ທ່ານ Ludovic Orban ຮັບ​ດຳ​ລົງ​ຕຳ​ແໜ່ງ​ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຣູ​ມາ​ນີຄັ້​ງ​ທີ 2

(VOVWORLD) -ວັນທີ 14 ມີນາ, ສະພາແຫ່ງຊາດ ຣູມານີ ໄດ້ປ່ອນບັດໃຫ້ສັດຕະຍາບັນທ່ານ Ludovic Orban ຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຕາມການສະເໜີຂອງ ປະທານາທິບໍດີປະເທດນີ້.
ທ່ານ Ludovic Orban ຮັບ​ດຳ​ລົງ​ຕຳ​ແໜ່ງ​ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຣູ​ມາ​ນີຄັ້​ງ​ທີ 2 - ảnh 1ທ່ານ Ludovic Orban ນາຍົກລັດຖະມົນຕີ ຣູມານີ (ພາບ:Polotocp.eu)

ນີ້ເປັນຄັ້ງທີ 2 ທ່ານ Ludovic Orban ໄດ້ຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຣູມານີ, ພາຍຫຼັງຄັ້ງທຳອິດໃນເດືອນ ພະຈິກ ປີ 2019.

ກ່ອນໜ້ານັ້ນ, ໃນຕົ້ນເດືອນ ກຸມພາປີ 2020,  ລັດຖະບານຂອງ ທ່ານ Ludovic Orban ບໍ່ຍາດໄດ້ໄຊຊະນະໃນການປ່ອນບັດໄວ້ວາງໃຈ ຢູ່ສະພາແຫ່ງຊາດປະເທດນີ້ ໂດຍພັກປະຊາທິປະໄຕສັງຄົມ (PSD) ຝ່າຍຄ້ານສະເໜີ. ເຖິງຢ່າງໃດກໍ່ຕາມ, ປະທານາທິບໍດີປະເທດນີ້ຍັງມອບໃຫ້ທ່ານ Ludovic Orban ດຳລົງຕຳແໜ່ງຜູ້ຮັກສາສິດນາຍົກລັດຖະມົນຕີ ແລະ ສ້າງລັດຖະບານຊົ່ວຄາວ.

ຕອບກັບ

ຂ່າວ/ບົດ​ອື່ນ