ນິນທ້ວນ ກະກຽມຊັບພະຍາກອນມະນຸດໃຫ້ແກ່ການພັດທະນາ ໄຟຟ້າ ນິວເຄຼຍ

ນິນທ້ວນ ກະກຽມຊັບພະຍາກອນມະນຸດໃຫ້ແກ່ການພັດທະນາ ໄຟຟ້າ ນິວເຄຼຍ - ảnh 1
ງານວາງສະແດງສາກົນ ໄຟຟ້າ ນິວເຄຼຍ ປີ 2012
(ພາບ: Minh Đức/TTXVN)

(vovworld) – ​ກອງ​ປະຊຸມ​ສຳ​ມະ​ນາ “​ແນະນຳ​ອາຊີ​ບຂະ​ແໜງ​ໄຟຟ້າ​ນິວ​ເຄຼຍ ສຳລັບ​ນັກຮຽນ​ມໍ 6 ປີ 2013” ​ໂດຍ​ກຸ່ມ​ບໍລິສັດ​​ໄຟ​ຟ້າ ຫວຽດນາມ (ຫຼື EVN) ສົບ​ທົບ​ກັບ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ຈັດ​ຕັ້ງ​ເມື່ອ​ວັນ​ທີ 8/4 ຢູ່​ນິນ​ທ້ວນ, ​ໄດ້ດຶງ​ດູດ​ບັນດາ​ຄູ​ອາຈານ ​ແລະ ນັກຮຽນ ຂອງ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ 8 ​ແຫ່ງ​ໃນ​ແຂວງ​ນິນ​ທ້ວນ ​ເຂົ້າ​ຮ່ວມ. ກອງ​ປະຊຸມ​ສ​ຳມະ​ນາ ​ໄດ້​ແນະນຳ​ຫຼາຍ​ຄວາມ​ຮູ້​ພື້ນຖານ ກ່ຽວ​ກັບ​ພະລັງງານ​ປະລະມານູ, ການນຳໃຊ້ຂອງ​ນິວ​ເຄຼຍ​ໃນ​ຊີວິດ​ດ້ານ​ເສດຖະກິດ - ສັງຄົ​ມ, ​ໂຄງການ​ໄຟຟ້າ ນິວ​ເຄຼຍ ນິວທ້ວນ, ຄວາມ​ຕ້ອງການ​ດ້ານ​ຊັບພະຍາກອນ ​ໃຫ້​ແກ່​ໂຄງການ​ໄຟຟ້າ ນິວ​ເຄຼຍ ນິນ​ທ້ວນ. ຄະນະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ ກໍ່​ໄດ້​ເຕື້ອງ​ເຖິງ​ບັນດາ​ນະ​ໂຍບາຍ​ບຸລິມະສິດ, ໜູ​ນຊ່ວຍ​ຜູ້​ຮຽນ​ໃນ​ຂົງ​ເຂດ​ພະລັງງານ​ປະລະມານູ, ​ແນະນຳ​ໂຄງການ​ບຳລຸງ​ສ້າງ​ສະ​ເພາະ​ຂະ​ແໜງ ​ໄຟຟ້າ ນິວ​ເຄຼຍຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ.​​.​.​. ທ່ານ ຕະດຶກ​ທິ້ງ, ຫົວໜ້າ​ກົມ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ​ແລະ ສິ່ງ​ແວດ​ລ້ອມ (ຂຶ້ນ​ກັບ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ) ​ໃຫ້​ຮູ້​ວ່າ: ລັດຖະບານ ຫວຽດນາມ ຈະ​ມີ​ນະ​ໂຍບາຍ​ບຸລິມະສິດ, ໜູນ​ຊ່ວຍ​ຜູ້​ຮຽນ​ໃນ​ຂົງ​ເຂດ​ພະລັງງານ​ປະລະມານູ ​ເພື່ອ​ດຶງ​ດູດ, ​ເລືອກ​ເຟັ້ນຜູ້​ຮຽນ​ເກັ່ງ​​ເຂົ້າຮຳ່ຮຽນ, ຄົ້ນ​ຄ້ວາ ບັນດາ​ຂະ​ແໜງ​ໃນ​ຂົງ​ເຂດ​ພະລັງງານ​ປະລະມານູ, ປະກອບສ່ວນ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸ​ດທີ່ມີ​ຄຸນ​ນະພາ​ບສູງ​ເພື່ອ​ກໍ່ສ້າງ, ຂຸດ​ຄົ້ນ, ​ນຳ​ໃຊ້​​ໂຮງງານ​ໄຟຟ້າ​ນິວ​ເຄຼຍ, ຄຸ້ມ​ຄອງ, ຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ​ປະລະມານູ.

ຂ່າວ/ບົດ​ອື່ນ