ນະຄອນວູ້ງເຕົ່າ ແມ່ນຕົວເມືອງລະດັບ 1 ໃນແຂວງ ບາເຣ້ຍ ວູ້ງເຕົ່າ

ນະຄອນວູ້ງເຕົ່າ ແມ່ນຕົວເມືອງລະດັບ 1 ໃນແຂວງ ບາເຣ້ຍ ວູ້ງເຕົ່າ - ảnh 1
ນະຄອນ​ວູ້ງ​ເຕົ່າ ​ແມ່ນຕົວ​ເມືອງ​ລະດັບ 1 ​ໃນ​ແຂວງ ບາ​ເ​ຣ້ຍ ວູ້ງ​ເຕົ່າ
(ພາບ: chinhphu.vn)


(vovworld) - ​​ວັນ​ທີ 24 ສິງຫາ, ນະຄອນ​ວູ້ງ​ເຕົ່າ (​ແຂວງ ບາ​ເ​ຣ້ຍ ວູ້ງ​ເຕົ່າ, ຫວຽດນາມ) ​ໄດ້​ຈັດ​ຕັ້ງ​ພິທີ​ປະກາດ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ ຮັບ​ຮອງນະຄອນ ວູ້ງ​​ເຕົ່າ ​ແມ່ນ​ ​ຕົວ​ເມືອງ​ລະດັບ 1 ຂຶ້ນ​ກັບ​ແຂວງ ບາ​ເ​ຣ້ຍ ວູ້ງ​ເຕົ່າ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກ​ລັດດຖະມົນ​ຕີ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ: ​ເລື່ອງ​ນະຄອນ​ວູ້ງ​ເຕົ່າ​ໄດ້​ຮັບ​ຮູ້​ແມ່ນ​ຕົວ​ເມືອງ​ລະດັບ 1 ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ເຄົາລົບ ​ແລະ ຕີ​ລາຄາ​ສູງ​ຂອງ​ລັດຖະບານ ສຳລັບ​ບັນດາ​ຜົນ​ງານທີ່​ບັນລຸ​ໄດ້​ໃນ​ການ​ອອກ​ແຮງ​ງານ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ, ການສູ້​ຊົນຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ​ຢ່າງ​ບໍ່​ຢຸດ​ຢັ້ງໃນ​ຫຼາຍ​ປີຜ່ານມາ. ​ກາຍ​ເປັນ​ຕົວ​ເມືອງ​ລະດັບ 1 ​ແມ່ນ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ວູ້ງ​ເຕົ່າ ຊຸກຍູ້​ການ​ພັດ​ທະນາ​ເສດຖະກິດ, ​ໂດຍ​ສະ​ເພາະ​ແມ່ນ​ເສດຖະກິດ​ທະ​ເລຕິດພັນ​ກັບ​ການ​ຮັບປະກັນ​ການ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ເຂດ​ຊາຍ​ແດນ ​ແລະ ​ເຂດທະ​ເລ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ຕັກ​​ເຕື່ອນ​ວ່າ ທ້ອງ​ຖິ່ນ​ຕ້ອງ​ເອົາ​ໃຈ​ໃສ່​ຍົກ​ລະດັບ​ວຽກ​ງານ​ຄຸ້ມ​ຄອງ​ຕົວ​ເມືອງ, ນຳ​ໃຊ້​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ​ເບິ່ງ​ແຍງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ໄດ້​ດີກ​ວ່າ.
ຂ່າວ/ບົດ​ອື່ນ