ນະຄອນຮ່າໂນ້ຍສຸມໃສ່ຟື້ນຕົວການຈະເລີນເຕີບໂຕເສດຖະກິດ
(vovworld)- ບົດລາຍງານຂອງຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ທີ່ກອງປະຊຸມຄັ້ງທີ 15 ຄະນະບໍລິຫານງານອົງຄະນະພັກນະຄອນ ຮ່າໂນ້ຍ ຊຸດທີ 15 ຊື່ງດຳເນີນໄປໃນວັນທີ 7/1 ຊີ້ແຈ້ງວ່າ: ຈຸດໝາຍສັງລວມໃນ 2 ປີ 2014-2015 ແມ່ນສຸມໃສ່ຟື້ນຕົວການຈະເລີນເຕີບໂຕເສດຖະກິດ, ຍົກສູງຄຸນນະພາບ, ປະສິດທິຜົນ, ກຳລັງແກ້ງແຍ້ງບົນພື້ນຖານປະຕິບັດ 3 ບາດກ້າວບຸກທະລຸຢ່າງຂ້ຽວຂາດຕິດພັນກັບການຍູ້ແຮງການດຶງດູດລົງທຶນສັງຄົມ ແລະ ປ່ຽນໃຫມ່ໂຄງປະກອບການລົງທຶນ, ຫັນປ່ຽນໂຄງປະກອບເສດຖະກິດ, ຄວບຄຸມໄພເງິນເຟີ້, ຮັບປະກັນຊີວິດສັງຄົມ. ບັນດາຄາດໝາຍຊື່ງນະຄອນຮ່າໂນ້ຍວາງອອກ ນັ້ນແມ່ນ: ລະດັບເຕີບໂຕສະເລ່ຍໃນປີ 2014-2015 ຈາກ 8,5%-9%/ປີ. ລາຍຮັບສະເລ່ຍໃສ່ຫົວຄົນໃນປີ 2015 ແມ່ນ 65-70 ລ້ານດົງ, ລະດັບເພີ່ມເງິນລົງທຶນພັດທະນາແມ່ນ 12-13%. ຫລຸດຜ່ອນອັດຕາຄອບຄົວທຸກຍາກເມື່ອທຽບໃສ່ປີກ່ອນ ຈາກ 0,5 - 0,8%. ເພື່ອບັນລຸໄດ້ບັນດາຄາດໝາຍດັ່ງກ່າວ, ຄະນະພັກນະຄອນ ຮ່າໂນ້ຍ ສຸມໃສ່ເຂົ້າໃນ 9 ໝວດມາດຕະການ, ຫນ້າທີ່. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມກວາງງີ້, ເລຂາຄະນະພັກນະຄອນ ຮ່າໂນ້ຍ ເນັ້ນຫນັກວ່າ:
”ອາຍຸການ 14 ດ້ວຍ 5 ຫນ້າທີ່ຈຸດສຸມ ກໍເປັນການປະຕິຮູບດ້ານບໍລິຫານ, ເພື່ອສ້າງຂໍ້ກຳນົດກົດລະບຽບດ້ານບໍລິຫານຄືນໃຫມ່. ປີນີ້ກໍແມ່ນປີທີ່ພວກເຮົາສືບຕໍ່ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ສ້າງຕົວເມືອງໃຫ້ສີວິໄລ. ສິ່ງດັ່ງກ່າວໝາຍຄວາມວ່າ ຂົງເຂດຮັກສາຄວາມເປັນລະບຽບຮຽບຮ້ອຍແມ່ນຄຳຮຽກຮ້ອງຕ້ອງການອັນໃຫຍ່ຫລວງສຳລັບນະຄອນ ຮ່າໂນ້ຍ, ຕ້ອງໄດ້ຮັບການປະຕິບັດດ້ວຍມາດຕະການໂຄສະນາ, ສຶກສາ ພ້ອມທັງມີບັນດາມາດຕະການປັບໄຫມລົງໂທດຢ່າງເໝາະສົມ.”