ນະຄອນ ໂຮ່ຈີມິນ ເຂົ້າຮ່ວມການສ້າງປະຊາຄົມ APEC

(VOVWORLD) - ສຳລັບນະຄອນ ໂຮ່ຈີມິນ ແລ້ວ, ການເຕີບໂຕທົ່ວເຖິງແມ່ນໜຶ່ງໃນບັນດາປັດໄຈຊ່ວຍໃຫ້ນະຄອນປະຕິບັດຄາດໝາຍສ້າງນະຄອນໃຫ້ມີຄຸນນະພາບການດຳລົງຊີວິດທີ່ດີ, ມີຄວາມສີວິໄລ, ທັນສະໄໝ
ນະຄອນ ໂຮ່ຈີມິນ ເຂົ້າຮ່ວມການສ້າງປະຊາຄົມ APEC - ảnh 1ນະຄອນ ໂຮ່ຈີມິນ 

ຕອນຄ່ຳວັນທີ 28 ສິງຫາ, ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ເປັນປະທານງານລ້ຽງສຳລັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາພັດທະນາເສດຖະກິດ, ການເງິນ ແລະ ສັງຄົມ, ໃນຂອບເຂດກອງປະຊຸມຄັ້ງທີ 3 ບັນດາເຈົ້າໜ້າທີ່ອາວຸໂສ (SOM 3) ແລະ ບັນດາກອງປະຊຸມກ່ຽວຂ້ອງທີ່ຂຶ້ນກັບເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC 2017), ໄດ້ຮັບການຈັດຕັ້ງຢູ່ ນະຄອນ ໂຮ່ຈີມິນ. ນະທີ່ນີ້, ທ່ານ ຫງວຽນແທ່ງຟອງ ເນັ້ນໜັກວ່າ: ສຳລັບນະຄອນ ໂຮ່ຈີມິນ ແລ້ວ, ການເຕີບໂຕທົ່ວເຖິງແມ່ນໜຶ່ງໃນບັນດາປັດໄຈຊ່ວຍໃຫ້ນະຄອນປະຕິບັດຄາດໝາຍສ້າງນະຄອນໃຫ້ມີຄຸນນະພາບການດຳລົງຊີວິດທີ່ດີ, ມີຄວາມສີວິໄລ, ທັນສະໄໝ, ເຕັມໄປດ້ວຍສາຍຈິດມິດໃຈ. ນະຄອນ ໂຮ່ຈີມິນ ປາດຖະໜາວ່າ ຈະສືບຕໍ່ປະກອບສ່ວນຢ່າງແທດຈິງເຂົ້າໃນການສະໜິດຕິດພັນຢ່າງແໜ້ນແຟ້ນບັນດາຕົວເມືອງ, ວິສາຫະກິດ ແລະ ປະຊາຊົນຂອງບັນດາປະເທດສະມາຊິກ APEC ກ່ວາອີກ, ປະກອບສ່ວນສ້າງປະຊາຄົມ APEC ໃຫ້ນັບມື້ນັບຂະຫຍັນຂັນເຄື່ອນ, ພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ. ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສ APEC 2017 ປີນີ້ ຫວັງວ່າ: ນະຄອນ ໂຮ່ຈີມິນ ຈະນັບມື້ນັບເຊື່ອມໂຍງຢ່າງເລິກເຊິ່ງ ກ້ວາງຂວາງເຂົ້າໃນເສດຖະກິດພາກພື້ນ ແລະ ທົ່ວໂລກ, ກາຍເປັນໜຶ່ງໃນບັນດາສູນພັດທະນາຂອງພາກພື້ນ. ພ້ອມທັງຫວັງວ່າ: ນະຄອນ ໂຮ່ຈີມິນ ຈະສືບຕໍ່ຮ່ວມເດີນທາງພ້ອມກັນປະກອບສ່ວນຊຸກຍູ້ການຮ່ວມມື, ຮ່ວມສຳພັນເສດຖະກິດ ໃນ APEC, ຮ່ວມແຮງຮ່ວມໃຈສ້າງປະຊາຄົມ APEC ໃຫ້ພັດທະນາ, ຍືນຍົງ, ວັດທະນາຖາວອນ ເພື່ອປະຊາຊົນ ແລະ ວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ