ນາຍົກລັດຖະມົນຕີນິວຊີແລນຢ້ຽມຢາມຫວຽດນາມຢ່າງເປັນທາງການ

ນາຍົກລັດຖະມົນຕີນິວຊີແລນຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ ນິວຊີ​ແລນ John Key
(ພາບ: Reuters)

(vovworld) ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນ​ຕີ ຫວຽດນາມ ຫງວຽນ​​ເຕີ໋ນຢຸງ, ທ່ານ​ນາຍົກລັດຖະມົນຕີ ນິວຊີ​ແລນ John Key ຈະ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 14 – 17/11/2015. ການ​ຢ້ຽມຢາມ ຫວຽດນາມ ​ໃນ​ຄັ້ງ​ນີ້​ຂອງ​ທ່ານ​ນາຍົກລັດຖະມົນຕີ ນິວຊີ​ແລນ John Key ​ເພື່ອ​ແນ​ໃສ່​ແລກປ່ຽນ​ບັນດາ​ມາດ​ຕະການ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ນິວຊີ​ແລນ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ຄ້າ, ການ​ລົງທຶນ, ກະສິກຳ, ​ເຊື່ອມ​ຕໍ່​ທາງການບິນ​ໃນ​ສະພາວະ​ທີ່​ມີຫລາຍ​​ສັນຍາ​ການ​ຄ້າ​ໃຫຍ່​ສິ້ນ​ສຸດ​ການ​ເຈລະຈາ ​ແລະ ປະຊາ​ຄົມ ອາ​ຊຽນ​ ໃກ້ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ. ພ້ອມກັນ​ນັ້ນ ທັງ 2 ຝ່າຍ​ກໍ​ແລກປ່ຽນ​ກ່ຽວ​ກັບ​ເພີ່ມ​ທະວີການ​ຮ່ວມ​ມື ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ.

        ນິວຊີ​ແລນ ​ແມ່​ນູຄ່ຮ່ວມ​ມື​ດ້ານການ​ຄ້າ​ໃຫຍ່​ອັນ​ດັບ 31 ຂອງ ຫວຽດນາມ ​ແລະ ຫວຽດນາມ ​ເປັນ​ຄູ່​ຮ່ວມ​ມື​ໃຫຍ່​ອັນ​ດັບ 20 ຂອງ ນິວຊີ​ແລນ. ຄາດ​ຄະ​ເນ​ວ່າ  ຮອດ​ທ້າຍ​ເດືອນ 9 /2015, ວົງ​​ເງິນ​ການ​ຄ້າ 2 ສົ້ນ​ບັນລຸ​ໄດ້ 549 ລ້ານ USD. ປະຈຸ​ບັນປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ນິວຊີ​ແລນ ມີ​ປະມານ 5.000 ຄົນ. ​ຊາວ ຫວຽດນາມ ອາ​ໄສ​ຢູ່ ນິວຊີ​ແລນ ສ່ວນ​ຫລາຍ ມີ​ຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ ​ແລະ ມີ​ນ້ຳ​ໃຈ​ອວາຍ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ

 


ຂ່າວ/ບົດ​ອື່ນ