ນາຍົກລັດຖະມົນຕີມອບຫຼຽນໄຊແຮງງານຊັ້ນ1ໃຫ້ນັກກິລາຍິງປືນຮ່ວາງຊວນວີງ

ນາຍົກລັດຖະມົນຕີມອບຫຼຽນໄຊແຮງງານຊັ້ນ1ໃຫ້ນັກກິລາຍິງປືນຮ່ວາງຊວນວີງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ໄດ້​ມອບ​ຫຼຽນ​​ໄຊ​
ແຮງ​ງານ​ຊັ້ນ 1 ​ໃຫ້​ນັກ​ກິລາ​ຍິງ​ປືນ ຮ່ວາງ​ຊວນວີງ

(vovworld) - ​ ​ ຕອນ​ບ່າຍ​ວັນ​ທີ 16/08 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນ​ຟຸກ ​ໄດ້​ພົບ​ປະ​ກັບນັກ​ກິລາ, ຄູ​ຝຶກ​ບາງ​ຄົນ​ໃນ​ຄະນະນັກ​ກິລາ ຫວຽດນາມ ​ເຂົ້າຮ່ວມ​ງານ​ມະຫາ​ກຳ​ກິລາ Olympic 2016, ​ໃນ​ນັ້ນ ມີ​ນັກ​ກິລາ​ຍິງ​ປືນ ຮ່ວາງ​ຊວນ​ວີ​ງ ຄວ້າ​ໄດ້​ຫຼຽນ​ຄຳ 1 ຫຼຽນ ​ແລະ ຫຼຽນ​ເງິນ 1 ຫຼຽນ​ສຳລັບກິລາ​ຍິງ​ປືນ. ນະ​ທີ່​ນີ້ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ຜົນງານ​ຂອງ​ຄະນະ​ນັກ​ກິລາ ຫວຽດນາມ ຢູ່​ງານ​ມະຫາ​ກຳ​ກິລາ Olympic ນຳ​ມາ​​ເຊິ່ງ​ຄວາມ​ເບີກບານ​ມ່ວນ​ຊື່ນ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ໃຫ້​ຂະ​ແໜງ​ກິລາ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ:

        “ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ, ຂະ​ແໜງ​ກິລາ ຫວຽດນາມ ສາມາດ​ບັນລຸ​ບາດກ້າວ​ໃໝ່ ​ໃນ​ການ​ພັດທະນາ​​ໃນ​ໄລຍະ​ຈະ​ມາ​ເຖິງຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ​ກ່ວາ​ອີກ​, ນັບ​ທັງ​ກິລາ​ອາຊີບ ​ແລະ ກິລາ​ມະຫາຊົນ​ຢູ່​ການ​ແຂ່ງຂັນ​ກິລາລະດັບ​ສາກົນ ​ແລະ ພາກ​ພື້ນ. ​ເພາະສະ​ນັ້ນ ຂ້າພະ​ເຈົ້າ​ສະ​ເໜີ​ຂະ​ແໜງ​ກິລາ​ຄວນ​ສຸມ​ໃສ່​ເຂົ້າ​ບັນ​ດາ​ປະ​ເພດ​ກິລາ​ປາຍ​ແຫຼມ ຊຶ່ງ ຫວຽດນາມ ມີ​ທ່າ​ແຮງ. ພ້ອມທັງ, ​ເຖິງ​ວ່າ​ຍັງປະສົບ​ຄວາມ​ຫຍຸ້ງຍາກກໍ່ຕາມ, ຄວນ​ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ຄູ​ຝຶກ​ ​ແລະ ນັກ​ກິລາ​ມີ​ເງື່ອນ​ໄຂ​ແຂ່ງຂັນ, ຝຶກ​ແອບ​ໃນ​ໄລຍະ​ຈະ​ມາ​ເຖິງ, ນັບ​ທັງ​ລະບອບ​ໂພ​ສະນາ​ການ ​ແລະ ​ເງື່ອນ​​ໄຂ​ຝຶກ​ແອບ. ບັນດາ​ວຽກ​ງານລະອຽດ​ຄື​ດັ່ງກ່າວ ພວກ​ເຮົາ​ຄວນ​ປະຕິບັດ ​ເພື່ອ​ເສີມ​ຂະຫຍາຍ​ຜົນງານ​ດັ່ງກ່າວ ​ເພື່ອ​​ໃຫ້ຂະ​ແໜງ​ກິລາ ຫວຽດນາມ ສາມາດຍາດ​ໄດ້ຜົນງານ​ສູງ​ສຳລັບ​ປະ​ເພ​ດກິລາ​ອື່ນ​ອີກ, ກ່ອນ​ອື່ນ​ໝົດ​ແມ່ນ​ປະ​ເພດ​ກິລາ​ຍິງ​ປືນ.

        ທີ່​ການ​ພົບ​ປະ, ປະຕິບັດຂໍ້​ຕົກລົງ​ຂອງ​ປະທານ​ປະ​ເທດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ໄດ້​ມອບ​ຫຼຽນ​​ໄຊ​ແຮງ​ງານ​ຊັ້ນ 1 ​ໃຫ້​ນັກ​ກິລາ​ຍິງ​ປືນ ຮ່ວາງ​ຊວນວີງ
ຂ່າວ/ບົດ​ອື່ນ