ນາຍົກລັດຖະມົນຕີຢູແກຼນຖະແຫຼງລາອອກຈາກຕຳແໜ່ງ
ນາຍົກລັດຖະມົນຕີຢູແກຼນຖະແຫຼງລາອອກຈາກຕຳແໜ່ງ
(ພາບ: AFP/ TTXVN)
(vovworld) - ທ່ານນາຍົກລັດຖະມົນຕີຢູແກຼນ Arseny Yatseniuk ໄດ້ປະກາດຄຳຕັດສິນລາອອກຈາກຕຳແໜ່ງ. ຖະແຫຼງການວັນທີ 10/04, ເຊິ່ງໄດ້ອອກອາກາດທາງໂທລະພາບ, ທ່ານ Arseny Yatseniuk ໃຫ້ຮູ້ວ່າ, ວັນທີ 12/04 ຈະຍື່ນສານລາອອກຈາກຕຳແໜ່ງຕໍ່ສະພາແຫ່ງຊາດ. ໃນເດືອນ 2 ຜ່ານມາ, ທ່ານປະທານາທິບໍດີ Petr Poroshenko ໄດ້ຮຽກຮ້ອງໃຫ້ທ່ານນາຍົກລັດຖະມົນຕີ Arseny Yatseniuk ລາອອກຈາກຕຳແໜ່ງຍ້ອນປະຊາຊົນຂາດຄວາມເຊື່ອໝັ້ນຕໍ່ທ່ານໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ແລະ ແກ້ໄຂສະພາບກົດໜ່ວງຂອງພື້ນຖານເສດຖະກິດ. ທ່ານປະທານາທິບໍດີ Poroshenko ກໍສະເໜີສ້າງຕັ້ງລັດຖະບານໃໝ່.